Breaking News

ກິນແບບໃດໃຫ້ສຸຂະພາບດີ

ແບ່ງປັນ

ສຸຂະພາບຮ່າງກາຍຖ້າຫາກມີຄວາມແຂງແຮງຈະບໍ່ເຮັດໃຫ້ມີພະຍາດມາໃກ້ ການມີສຸຂະພາບທີ່ດີເປັນທີ່ປາຖະໜາຂອງທຸກຄົນແຕ່ຈະເຮັດແນວໃດໃຫ້ມີສຸຂະພາບດີ ມື້ນີ້ ວາລະສານຂັວນໃຈ ນໍາເອົາເຄັດລັບໃນການກິນ ແລະ ກິນແນວໃດໃຫ້ມີສຸຂະພາບດີມາບອກດັ່ງນີ້:
ພຶດຕິກໍາ ແລະ ວິໄນການບໍລິໂພກແບບຜິດໆ.
– ການຢໍ້າອາຫານບໍ່ລະອຽດ ເພາະຈະເຮັດໃຫ້ລໍາໄສ້ ແລະ ກະເພາະອາຫານເຮັດວຽກໜັກຂຶ້ນ.
– ຕິດນິໄສການກິນອາຫານແບບຈຸບຈິບເປັນນິໄສການກິນທີ່ຈະເຮັດໃຫ້ເກີດພະຍາດຕຸ້ຍໄດ້.
– ບໍ່ກິນອາຫານເຊົ້າ ເມື່ອບໍ່ຮັບປະທານອາຫານເຊົ້າກໍຈະເຮັດໃຫ້ຫງຸດຫງິດງ່າຍ, ໃຈບໍ່ດີ, ຄວາມຮູ້ສຶກເສີຍຊາ ແລະ ບໍ່ວ່ອງໄວ.
– ກິນອາຫານບໍ່ເປັນເວລາ ການທີ່ກິນອາຫານບໍ່ຖືກເວລານັ້ນຈະເຮັດໃຫ້ເປັນພະຍາດກະເພາະອາຫານໄດ້.
ປ່ຽນການກິນແນວໃດໃຫ້ສຸຂະພາບດີ.
– ເລີ່ມມື້ໃໝ່ດ້ວຍອາຫານເຊົ້າ ຖ້າຫາກທ່ານໃດທີ່ບໍ່ມີເວລາໃນການຮັບປະອາຫານເຊົ້າລອງມາມາຮັບປະທານອາຫານປະເພດໂຍ ເກີດ, ກ້ວຍນໍ້າວ້າສຸກ ເຊິ່ງກ້ວຍນໍ້າວ້າເປັນແຫຼ່ງໂປຕີນ ວິຕາມິA, C, B1, B2, B6 ນອກຈາກຈະໄດ້ປະໂຫຍດແລ້ວຍັງເນັດໃຫ້ບໍ່ຕຸ້ຍອີກດ້ວຍ.
– ປ່ຽນຈາກການກິນຈຸບຈິບປະເພດເຂົ້າໜົມເປັນຂອງທີ່ບໍ່ມີປະໂຫຍດ ເຮົາກໍປ່ຽນມາກິນໝາກໄມ້ທີ່ມີວິຕາມິນແທນດີກວ່າ ເພາະການວິໄຈບອກວ່າການກິນຫຼາຍນັ້ນບໍ່ເຮັດໃຫ້ຕຸ້ຍແລ້ວຍັງຈະເຮັດໃຫ້ມີສຸຂະພາບບ ດີອີກ.
– ຢໍ້າອາຫານໃຫ້ຊ້າລົງ ຄວນຢໍ້າໃຫ້ລະອຽດຈະຊ່ວຍໃຫ້ອາຫານດູດຊຶມເຂົ້າສູ່ຮ່າງກາຍໄດ້ງ່າຍ, ກະເພາະບໍ່ຕ້ອງເຮັດວຽກໜັກ ແລະ ຍັງຊ່ວຍໃຫ້ຈິດໃຈສະຫງົບ ແລະ ຜ່ອນຄາຍອີກດ້ວຍ.
– ພະຍາຍາມກິນອາຫານໃຫ້ໄດ້ທຸກໝວດໝູ່ເຮົາອາດຈະບໍ່ມັກກິນອາຫານບາງຊະນິດ ບາງຄົນທີ່ບໍ່ມັກລົດຊາດຂອງອາຫານບາງຢ່າງ ເຮົາບໍ່ຈໍາເປັນຕ້ອງອົດທົນກິນເຂົ້າໄປ ແຕ່ເຮົາຊອກອາຫານທີ່ມີຄຸນຄ່າໃກ້ຄຽງກັນມາກິນກໍໄດ້.
– ປ່ຽນຕົນເອງໃຫ້ເປັນຄົນຮັກການອອກກໍາລັງກາຍ ແມ່ນວ່າທ່ານຈະກິນອາຫານດີປານໃດແຕ່ການອອກກໍາລັງກາຍກໍຍັງເປັນຢາວິເສດທີ່ຊ່ວຍ ຫຼຸດການເກີດພະຍາດໄດ້ ຢ່າງນ້ອຍຄວນອອກກໍາລັງກາຍມື້ລະ 10 ນາທີກໍສາມາດຊ່ວຍໄດ້ແລ້ວ.
– ການຕັ້ງຈິດຕັ້ງໃຈເຮັດສິ່ງໃໝ່ໆເປັນເລື່ອງດີເຊັ່ນ: ການປ່ຽນແປງຕົ້ນເອງເປັນຄົນໃໝ່ ແຕ່ຖ້າຫາກໂດຍຕັ້ງຢູ່ໃນພື້ນຖານຂອງຄວາມເຄັ່ງຄຽດ, ບັງຄັບຕົນເອງຫຼາຍເກີນໄປຈະເຮັດໃຫ້ຮູ້ສຶກບໍ່ມີຄວາມສຸກແລ້ວ ຈະເຮັດໃຫ້ຕົນເອງມີສຸຂະພາບບໍ່ດີອີກດວຍ.

ແບ່ງປັນ