Breaking News

ໜັງເດັ່ນ ທ້າຍເດືອນ 06/2016

ແບ່ງປັນ

KuanjaI FaceB 059-01

ສະບາຍດີຮອບດຶກ ເພື່ອນໆແຟນເພສ ວາລະສານຂວັນໃຈ

ມາອີກແລ້ວທ້າຍອາທິດ ວັນພັກຜ່ອນ. ມື້ນີ້ ແອດມິນມີໜັງມ່ວນໆມານຳສະເໜີແກ່ແຟນເພສ.. ຈະແມ່ນເລື່ອງໃດນັ້ນ ໄປເບິ່ງກັນເລີຍ !!

ເລື່ອງທຳອິດ: Now You See Me 2 – ໜັງອາດຊະຍາກຳລະດັບໂລກ ທີ່ມາໃນຮູບແບບການຫຼິ້ນມາຍາກົນ ຈະເປັນແນວໃດນັ້ນ ຕ້ອງຕິດຕາມເບິ່ງ ເພາະໃກ້ຈະເຂົ້າໂຮງແລ້ວ 😀

Now You See Me 2 – ເລື່ອງນີ້ ຈະບອກເລົ່າເຖິງເລື່ອງລາວ 1 ປີ ຕໍ່ມາຈາກພາກແລ້ວນີ້ ທີ່ພວກ The Four Horsemen ໄດ້ຮ່ວມກັນຊິງໄຫວພິບ ແລະ ເອົາຊະນະ FBI ໄດ້ສໍາເລັດ, ການກັບມາເທື່ອນີ້ ພວກເຂົາຈະຮ່ວມກັນເຮັດພາລະກິດໃໝ່ ຍິ່ງໃຫຍ່ເຊັ່ນເຄີຍ ແຕ່ຈະຕ້ອງພົບກັບສັດຕູໃຫມ່ ທີ່ມີຝີມືຮ້າຍກາດຫຼາຍ.. ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງພາລະກິດການປົ້ນຄັ້ງນີ້

NYSM 2

ເລື່ອງທີ່ 2: Warcraft – ເລື່ອງນີ້ກໍເປັນເລື່ອທີ່ສ້າງມາຈາກເກມດັງ (ສະໄໝແອດຍັງຢູ່ມັດທະຍົມ 555) ເລື່ອງນີ້ຈະອອກແນວ Adventure Fantasy ເອົາໃຈນັກຫຼິ້ນເກມ ດ້ວຍພາບງາມໆ ແລະ ຕົວລະຄອນຈາກເກມເກືອບທັງໝົດ 😀

Warcraft – ໃນເລື່ອງນີ້ ກ່າວເຖິງອານາຈັກ Azeroth ອັນງຽບສະຫງົບ ທີ່ໃກ້ຈະເກີດສົງຄາມ ຍ້ອນການຮຸກຮານຈາກພວກນັກຮົບ Orcs ນັກຮົບທີ່ຖິ້ມຖິ່ນຖານບ້ານເກີດ ໜີມາຕັ້ງອານາຈັກໃໝ່ຢູ່ດາວອື່ນ. ເມື່ອປະຕູລະຫວ່າງ 2 ໂລກ ໄດ້ເປີດອອກ ກອງທັບທັງ 2 ຝ່າຍຈຶ່ງຕ້ອງມາປະທະກັນ ເພື່ອຕັດສິນຊະຕາກຳຂອງພວກເຂົາ… ຍ້ອນເຫດນີ້ ຈຶ່ງເປັນຈຸດເລີ່ມຕົ້ນທີ່ພົວພັນກັບອຳນາດ ແລະ ການເສຍສະຫຼະ ເພາະທຸກຄົນກໍຕ່າງຕໍ່ສູ້ເພື່ອບາງສິ່ງບາງຢ່າງ..

World-of-Warcraft

ເລື່ອງທີ່ 3: The Conjuring 2 – ເລື່ອງສຸດທ້າຍມາໃນແບບ Horror film ເລື່ອງນີ້ເປັນພາກຕໍ່ ແອດເອງກະຍັງບໍ່ໄດ້ໄປເບິ່ງເທື່ອ ແລະ ກໍບໍ່ກ້າໄປອີກ ເປັນຄົນຢ້ານຜີ, ໃຜໄປແລ້ວມາວ່າສູ່ຟັງແດ່ເດີ້ 😀

The Conjuring 2 – ເລື່ອງນີ້ແມ່ນຖືກອ້າງອີງມາຈາກເຫດການຈິງ ຂອງ Peggy Hodgson ຜູ້ຍິງຄົນດຽວທີ່ລ້ຽງລູກເຖິງ 4 ຄົນ, ຢູ່ດີໆ ລາວກໍເລີ່ມສັງເກດເຫັນຄວາມຜິດປົກກະຕິ ເພາະໄດ້ຍິນສຽງປະຫຼາດອອກມາຈາກຫ້ອງນອນລູກສາວ ຈາກຕອນທຳອິດທີ່ຄິດວ່າເປັນການຮຽກຮ້ອງຄວາມສົນໃຈ ແຕ່ມັນພັດກາຍເປັນເລື່ອງທີ່ຮຸນແຮງຂຶ້ນເລື້ອຍໆ. ດັ່ງນັ້ນ ຄູ່ສາມີພັນລະຍາ Ed & Lorraine Warren ທີ່ເປັນນັກຜີສາດວິທະຍາ ຈຶ່ງຕ້ອງເດີນທາງໄປຫາຜູ້ຍິງຄົນນີ້ ເພື່ອເຮັດໜ້າທີ່ສືບຄະດີເໜືອທຳມະຊາດນີ້ ແລະ ຕ້ອງມາພົບພໍ້ກັບເລື່ອງບໍ່ຄາດຝັນທີ່ເປັນຕາຢ້ານຈົນຂົນຫົວລຸກ….

Conjuring-2

 

ແບ່ງປັນ