Breaking News

ໜັງດີ ຕົ້ນເດືອນ 07/2016

ແບ່ງປັນ

ມາອີກແລ້ວວັນພັກຜ່ອນທ້າຍອາທິດ, ມື້ນີ້ ແອດມິນມີໜັງໃໝ່ມານຳສະເໜີແກ່ແຟນເພສ.. ຈະແມ່ນເລື່ອງໃດນັ້ນ ໄປເບິ່ງກັນເລີຍ !!

 

ເລື່ອງທຳອິດ: Elvis & Nixon – ໜັງ Comedy ທີ່ກ່າວເຖິງມິດຕະພາບແບບທີ່ຕ່າງ style ກັນສຸດຂົ້ວ.. ເລື່ອງລາວຈະເປັນແນວໃດ ລອງຕິດຕາມເບິ່ງ ເພາະວ່າເຂົ້າໂຮງແລ້ວ 😀

elvis-nixon-movie-poster

Elvis & Nixon – ເລື່ອງນີ້ ເປັນເລື່ອງທີ່ເກີດຂຶ້ນຕັ້ງແຕ່ຍຸກ 70, Elvis ບິນໄປ Washington DC ເພື່ອຂໍເຂົ້າພົບປະທານາທິບໍດີ ສະຫະລັດ ອາເມລິກາ Nixon ເປັນການສ່ວນໂຕ … ສຸດທ້າຍ ທັງສອງໄດ້ພົບກັນ ຜ່ານການປຶກສາຫາລືກັນ.. ມິດຕະພາບທີ່ຕ່າງ style, ຕ່າງວັດທະນະທໍາກັນສຸດຂົ້ວ ຈຶ່ງໄດ້ເລີ່ມຕົ້ນຂຶ້ນ . . .

 

ເລື່ອງທີ່ 2: The Legend of Tarzan – ເລື່ອງນີ້ເປັນໜັງ Adventure ທີ່ຖືກນຳກັບມາສ້າງໃໝ່ອີກເທື່ອໜຶ່ງ.. ເວົ້າເຖິງຄວາມເປັນມາຕັ້ງແຕ່ແລກເລີ່ມຂອງ Tarzan ກັບຄຳຖາມທີ່ວ່າ ເປັນຫຍັງ Tarzan ຈຶ່ງກາຍເປັນມະນຸດພຽງຄົນດຽວທີ່ເຕີບໂຕມາໃນປ່າ ?? .. ເຮົາໄປຫາຄຳຕອບນຳກັນໃນໂຮງໄດ້ເລີຍ..

The Legend of Tarzan

The Legend of Tarzan – ໃນເລື່ອງນີ້ Tarzan ຈະອອກຈາກປ່າ ອາຟຣິກາ ເຂົ້າສູ່ຕົວເມືອງ ໃນຖານະ John Clayton ທີ່ 3 ກັນ Jane.. ແຕ່ແລ້ວ ດ້ວຍຄວາມແຄ້ນ, Rom ກັບຕັນຈອມໂລບມາກ ຈຶ່ງໄດ້ສ້າງກົນລວງ ສ້າງແຜນການແກ້ແຄ້ນ ເພື່ອໃຫ້ຕົວະຍົວະ Tarzan ກັບມາທີ່ປ່າແຫ່ງນີ້ອີກ ໂດຍອ້າງວ່າ Tarzan ເຮັດໜ້າທີ່ເປັນທູດເສດຖະກິດແຫ່ງລັດຖະສະພາ.. Tarzan ຕົກລົງຮັບໜ້າທີ່ ໂດຍທີ່ບໍ່ຮູ້ວ່າທັງໝົດນັ້ນມັນຄືແຜນການກໍ່ການຮ້າຍ …

 

 

ແບ່ງປັນ