Breaking News
KuanjaI FaceB

4 ວິທີໃຊ້ຈ່າຍພາໃຫ້​ມີ​ເງິນ​ທ້ອນ

ແບ່ງປັນ

4 ວິທີໃຊ້ຈ່າຍພາໃຫ້ມີເງິນທ້ອນ

ການໃຊ້ຊີວິດໃນປະຈຸບັນນີ້ ອາດເຮັດໃຫ້ຫຼາຍໆຄົນຮູ້ສຶກວ່າ ຊົ່ວຊິທ້ອນເງິນໄດ້ມັນບໍ່ແມ່ນເລື່ອງ່າຍໆ ເພາະມີສິ່ງກະຕຸ້ນໃຈຫຼາຍຢ່າງເຮັດໃຫ້ເຮົາຕ້ອງໃຊ້ຈ່າຍເງິນຢູ່ຕະຫຼອດເວລາ ແຕ່ມັນກໍຂຶ້ນກັບການກະທຳຂອງທ່ານເອງທີ່ບໍ່ລະມັດລະວັງໃນການໃຊ້ຈ່າຍ ຫຼື ເວົ້າອີກຢ່າງໜຶ່ງກໍຄື ຈ່າຍເງິນແບບບໍ່ຄິດ ເຊິ່ງວາລະສານຂວັນໃຈສະບັບນີ້ ກໍໄດ້ຊອກວິທີຈະຊ່ວຍໃຫ້ທ່ານມີເງິນທ້ອນໄດ້ຫຼາຍຂຶ້ນ ຊຶ່ງທ່ານເອງຕ້ອງພະຍາຍາມປ່ຽນແປງດັ່ງຕໍ່ໄປນີ້:

  1. ກຳນົດຈຳນວນເງິນໃນກະເປົາ.

ເປັນວິທີທີ່ຈະຊ່ວຍໃຫ້ທ່ານຄວບຄຸມການໃຊ້ເງິນໃນແຕ່ລະມື້, ແຕ່ລະອາທິດ ແລະ ຮູ້ຈັກເລືອກໃຊ້ຈ່າຍສະເພາະສິ່ງທີ່ຈຳເປັນ ຕາມງົບປະມານທີ່ມີເທົ່ານັ້ນ ໂດຍແບ່ງໄວ້ຈ່າຍໃນແຕ່ລະອາທິດ ເຊິ່ງອາທິດໜຶ່ງຕ້ອງຈ່າຍເທົ່າໃດ ແລະ ຕ້ອງຈ່າຍໃຫ້ພຽງພໍ ພາຍໃນເງິນທີ່ຢູ່ໃນກະເປົາ ແລະ ຫ້າມກົດ    ໃໝ່ອີກເດັດຂາດຖ້າບໍ່ຈຳເປັນແທ້ໆ.

  1. ແຍກເງິນໄວ້ໃຊ້ຈ່າຍໃຫ້ລະອຽດ.

ເງິນທີ່ເຮົາທ້ອນໄດ້ ຄວນແຍກໃຫ້ລະອຽດວ່າຈະໃຊ້ຈ່າຍສິ່ງໃດ ເພື່ອບໍ່ໃຫ້ປົນກັບເງິນທີ່ຈ່າຍແຕ່ລະມື້ ໂດຍແນະນຳໃຫ້ແບ່ງເງິນອອກເປັນ 2 ສ່ວນ ສ່ວນທຳອິດ ໃຫ້ແບ່ງໄວ້ໃນທະນາຄານ ຫຼື ທ້ອນໄວ້ເປັນກອງທຶນກັບບ້ານ ອາດເປັນໄລຍະຍາວແບບມີກຳນົດ ສໍາລັບເງິນສ່ວນທີສອງ ໃຫ້ທ້ອນໄວ້ເປັນເງິນສໍາຮອງເພື່ອໃຊ້ໃນເວລາສຸກເສີນ ເຊິ່ງຄວນມີຢ່າງໜ້ອຍ 6 ເທົ່າຂອງຄ່າໃຊ້ຈ່າຍໃນແຕ່ລະເດືອນ ໂດຍຝາກໄວ້ໃນບັນຊີທະນາຄານ ຫຼື ກອງທຶນບ້ານທີ່ເປັນໄລຍະສັ້ນ ສາມາດຖອນໄດ້ທຸກເວລາ.

  1. ບໍ່ຄວນຊື້ເຄື່ອງຕາມໃຈມັກ.

ໃນເວລາຊື້ເຄື່ອງ ຢາກໃຫ້ພິຈາລະນາເຖິງຄວາມຈຳເປັນຫຼາຍກວ່າຄວາມຢາກໄດ້, ຢ່າຟ້າວຕັດສິນໃຈ ຢາກໃຫ້ຄິດທົບທວນດີໆສາກ່ອນວ່າ ເຮົາມີຄວາມຈຳເປັນທີ່ຈະຕ້ອງໃຊ້ແທ້ບໍ່ ຫຼື ເປັນຍ້ອນຄວາມຢາກໄດ້ເທົ່ານັ້ນ ເພາະເຫັນຄົນອື່ນມີເຮົາກໍຕ້ອງມີຄືເຂົາເຈົ້າ ຖ້າບໍ່ຈຳເປັນແທ້ໆກໍບໍ່ຄວນທີ່ຈະຊື້.

  1. ສັງສັນແບບພໍດີງາມ.

ການຊຸມແຊວສັງສັນກິນເຂົ້າຢູ່ຕ້າມຮ້ານອາຫານທີ່ຫຼູຫຼາຕະຫຼອດ ໂດຍສະເພາະອາຫານຄາບແລງ ແລະ ວັນພັກຜ່ອນທີ່ເຮັດໃຫ້ທ່ານ ຕ້ອງຈ່າຍເງິນຫຼາຍກວ່າກິນເຂົ້າປົກກະຕິ ຖ້າທ່ານສາມາດຫຼຸດການໃຊ້ຈ່າຍໃນຈຸດນີ້ລົງໄດ້ ຫຼື ປ່ຽນມາເປັນ ແຕ່ງອາຫານກິນເອງຢູ່ເຮືອນ ກໍຈະຊ່ວຍປະຢັດເງິນໄປໄດ້ຫຼາຍ ອີກຢ່າງໜຶ່ງທ່ານກໍຈະໄດ້ພັດທະນາສີມືການແຕ່ງອາຫານ ແລະ ມີເວລາຢູ່ກັບຄອບຄົວຫຼາຍຂຶ້ນ.

ຖ້າທ່ານສາມາດປ່ຽນແປງພຶດຕິກຳຕາມນີ້ໄດ້ ຮັບຮອງວ່າທ່ານຈະມີເງິນທ້ອນໃນບັນຊີທຸກເດືອນຢ່າງແນ່ນອນ ໃນໄລຍະທຳອິດທ່ານອາດຈະຮູ້ສຶກວ່າມັນລຳບາກ ແລະ ທໍລະມານ ແຕ່ຖ້າໄດ້ເຮັດໄປເລື້ອຍໆ ສະໝໍ່າສະເໝີ ກໍຈະລຶ້ງໄປເອງຈົນກາຍເປັນນິດໄສຕິດຕົວທີ່ດີ ຄືມີນິດໄສໃນການທ້ອນເງິນ ແລະ ການໃຊ້ຈ່າຍເງິນແບບຄຸ້ມຄ່າ ນອກຈາກນີ້ ຍັງມີເງິນທ້ອນຢູ່ໃນບັນຊີເພີ່ມຂຶ້ນເລື້ອຍໆເພື່ອເປົ້າໝາຍສຳຄັນໃນຊີວິດ.

 

ແບ່ງປັນ