Breaking News

ດວງປະຈໍາວັນທີ 25 ສິງຫາ 2016

ແບ່ງປັນ

ດວງປະຈໍາວັນທີ 25 ສິງຫາ 2016

  • ວັນຈັນ.

ການເງິນ: ມີວາງແຜນການໃຊ້ຈ່າຍໃນເລື່ອງຂອງເງິນຄໍາດີ ມີຄວາມໝັ້ນຄົງທາງດ້ານການເງິນດີ.

ວຽກງານ: ສາມາດເຮັດວຽກໄດ້ດ້ວຍຄວາມສ້າງສັນ ຈະເຮັດຫຍັງໃນຊ່ວງນີ້ກໍຈະປະສົບຄວາມສໍາເລັດເປັນເງິນເປັນຄໍາໄປໝົດທຸກຢ່າງເກີນຄວາມຄາດຝັນ.

ຄວາມຮັກ: ໄດ້ພົບຄົນທີ່ມີລັກສະນະມີຄວາມເປັນຜູ້ນໍາ, ສະຫຼາດ, ເປັນຄົນເກັ່ງ, ມີຄວາມສາມາດທີ່ຈະເຂົ້າມາໃນຊີວິດຂອງທ່ານ.

  • ວັນອັງຄານ.

ການເງິນ: ພໍ່ແມ່ພີ່ນ້ອງຈະຊ່ວຍເຫຼືອໃຫ້ທ່ານຜ່ານພົ້ນໄປໄດ້ ດວງຜູ້ໃຫຍ່ອຸປະຖໍາ.

ວຽກງານ: ມີຄວາມເຄັ່ງຄຽດທາງດ້ານວຽກງານເນື່ອງຈາກອຸປະສັກຍັງມີຫຼາຍຈຶ່ງຕ້ອງຄ່ອຍໆແກ້ບັນຫາໄປເທື່ອລະເລື່ອງ.

ຄວາມຮັກ: ຄູ່ຮັກຫວານຊື່ນ ອາດໄດ້ອອກໄປທ່ຽວດ້ວຍກັນ ສ່ວນຄົນໂສດ ຈະມີຜູ້ຊາຍເຂົ້າມາຈີບ.

  • ວັນພຸດ.

ການເງິນ: ໝຸນເງິນບໍ່ຄ່ອຍທັນ ໂຊກຍັງດີທີ່ພໍມີຄົນອ້ອມຂ້າງໃຫ້ຄວາມຊ່ວຍເຫຼືອເຮັດໃຫ້ການເງິນດີຂຶ້ນ.

ວຽກງານ: ອິດເມື່ອຍ ເພາະຫົວໜ້າອາດຈະມອບໝາຍໃຫ້ທ່ານເຮັດວຽກສໍາຄັນ ແຕ່ທ່ານກໍມີຄວາມສຸກທີ່ໄດ້ສະແດງສີມື.

ຄວາມຮັກ: ຄົນໂສດເນື້ອຫອມ ອາດຈະມີຄົນມາຈີບຫຼາຍຈົນເກືອບຈະລົດໄຟຕໍາກັນ ລະວັງພົບຄົນມີແຟນແລ້ວມາຕວະໃຫ້ທ່ານຫຼົງຮັກ.

  • ວັນພະຫັດ.

ການເງິນ: ຍັງພົບກັບສະພາບຄວາມເຄັ່ງຄຽດ ລາຍຮັບບໍ່ພໍກັບລາຍຈ່າຍຕ້ອງອາໄສເງິນທີ່ທ້ອນໄວ້ໄປກ່ອນ.

ວຽກງານ: ຈະມີອຸປະສັກເຂົ້າມາ ຈົນເໝືອນວ່າຈະໝົດຫົນທາງແກ້ໄຂ ແຕ່ໂຊກຍັງດີຍັງມີຜູ້ທີ່ໃຫ້ຄວາມຊ່ວຍເຫຼືອ ເຮັດໃຫ້ຈາກໜັກກາຍເປັນເບົາ.

ຄວາມຮັກ: ຄົນມີຄູ່ແລ້ວ ຄົນຮັກຈະເຮັດໃຫ້ທ່ານໃຈຮ້າຍ, ຜິດຫວັງທີ່ເຂົາບໍ່ເປັນດັ່ງໃຈທ່ານຫວັງໄວ້ ສ່ວນຄົນໂສດ ຈະມີຄົນທີ່ບໍ່ຖືກສະເປັກເຂົ້າມາຈີບ ເຮັດໃຫ້ທ່ານຮູ້ສຶກເບື່ອໜ່າຍ.

  • ວັນສຸກ.

ການເງິນ: ຈະມີເງິນເຂົ້າມາ, ມີຄວາມຈະເລີນຮຸ່ງເຮືອງ ຫຼື ມີຖານະດີຂຶ້ນກວ່າເກົ່າ.

ວຽກງານ: ຄວາມສາມາດນໍາຄວາມສະຫຼາດໃນເລື່ອງວຽກງານຈະນໍາພາຕົນເອງໄປສູ່ຄວາມສໍາເລັດຢ່າງໜ້າພໍໃຈ.

ຄວາມຮັກ: ຄົນຮັກອາດປະພຶດຕົນໜ້າເບື່ອໜ່າຍ ໃຫ້ລະວັງເຂົານໍາບັນຫາເດືອດຮ້ອນໃຈມາໃຫ້ ສ່ວນຄົນໂສດມີຄົນແອບເບິ່ງທ່ານຢູ່ແຕ່ທ່ານບໍ່ຮູ້ຕົວ.

  • ວັນເສົາ.

ການເງິນ: ມີຂ່າວດີ, ມີໂຊກ ຈະມີເງິນເຂົ້າມາຕະຫຼອດ ຫຼື ມີຄົນໃຫ້ການອຸປະຖໍາທາງດ້ານການເງິນເປັນຢ່າງດີ.

ວຽກງານ: ເຈຕັກນິກຄວາມສາມາດ ແລະ ຄວາມພະຍາຍາມຈະພາໃຫ້ຄວາມສໍາເລັດທີ່ໜ້າພໍໃຈ.

ຄວາມຮັກ: ອາດຈະຜິດຖຽງກັບແຟນຢ່າງຮຸນແຮງ ເພາະຕ່າງຝ່າຍຕ່າງບໍ່ຍອມກັນ, ເອົາແຕ່ໃຈຕົນເອງທັງຄູ່.

  • ວັນອາທິດ.

ການເງິນ: ມີໂຊກຈະໄດ້ເງິນ, ມີຄວາມໝັ້ນຄົງທາງດ້ານການເງິນ, ມີຄວາມຈະເລີນຮຸ່ງເຮືອງດີຂຶ້ນຢ່າງເປັນໂຊກ.

ວຽກງານ: ຈະເຮັດສິ່ງໃດກໍຈະປະສົບຄວາມສໍາເລັດ, ການເຈລະຈາ, ການຕິດຕໍ່ກັບຜູ້ໃຫຍ່ຈະໄດ້ຮັບການຕອບຮັບທີ່ດີ ຫຼື ມີຂໍ້ຕົກລົງຮ່ວມກັນທີ່ພໍໃຈທັງສອງຝ່າຍ.

ຄວາມຮັກ: ຄົນໂສດກໍາລັງຢູ່ໃນຊ່ວງໝົດຫວັງໃນຄວາມຮັກ, ບໍ່ເຊື່ອໃນຮັກແທ້ ຄິດວ່າຕົນເອງເກີດມາບໍ່ມີຄູ່ ແນະນໍາວໃຫ້ໃຈເຢັນອີກ ເມື່ອເຖິງເວລາຄູ່ຂອງທ່ານກໍຈະມາເອງ.

ແບ່ງປັນ