Breaking News

3 ທ່າອອກກໍາລັງກາຍຍອດຮິດ ທີ່ມັກເຮັດຜິດກັນມາແຕ່ດົນ

ແບ່ງປັນ

3 ທ່າອອກກໍາລັງກາຍຍອດຮິດ ທີ່ມັກເຮັດຜິດກັນມາແຕ່ດົນ ທີ່ແທ້ຕ້ອງເຮັດແບບນີ້

  1. ຊິດອັບ (Sit up).

26

ທ່າຜິດ: ຄໍໂນ້ມໄປທາງໜ້າ ເຊິ່ງແປໄດ້ວ່າສຸມໃສ່ທີ່ການຍົກຫົວ ແລະ ລໍາຕົວພາກສ່ວນເທິ່ງຫຼາຍກວ່າໜ້າທ້ອງ ຄ້າຍຄືກັບວ່າບໍ່ໄດ້ອອກແຮງໃນພາກສ່ວນທີ່ຕ້ອງການ ແລະ ຍັງອາດສ່ຽງຕໍ່ອາການບາດເຈັບທີ່ຄໍ ແລະ ບ່າໄຫຼ່.

ທ່າທີ່ຖືກຕ້ອງ: ຍົກລໍາຕົວຂຶ້ນໂດຍອອກແຮງເກັງໜ້າທ້ອງ ແລະ ລໍາຕົວພາກສ່ວນເທິ່ງຄວນຢູ່ແນວດຽວກັນກັບໜ້າທ້ອງ ເກັງໜ້າທ້ອງເລັກນ້ອຍ.

 

  1. ດັນພື້ນ (Push-up).

27

ທ່າຜິດ: ເອົາໜ້າລົງໄປຈົນເກືອບຈະຕິດພື້ນ ແຕ່ກົ້ນງໍຂຶ້ນ ແລະ ບໍ່ເກັງໜ້າທ້ອງໃດໆ ຫຼື ພຸງ ແລະ ກາງລໍາຕົວແນບຕິດກັບພື້ນ.

ທ່າທີ່ຖືກຕ້ອງ: ຕັ້ງທ່າໃນລັກສະນະດຽວກັບທ່າແພລງ ແລ້ວອອກແຮງຍົກທັງລໍາຕົວຈົນແຂນຢຽດເຄັ່ງ ລໍາຕົວຕັ້ງແຕ່ພາກສ່ວນບ່າໄຫຼ່ໄປເຖິງປາຍຕີນຕ້ອງຢູ່ໃນແນວດຽວກັນ.

  1. ແລ່ນ (Run).

28

ທ່າຜິດ: ແລ່ນເອົາສົ້ນຕີນລົງເຕັມໆ ຫຼື ແລ່ນໂດຍອອກແຮງກະທົບໃສ່ສົ້ນຕີນ ເຊິ່ງອາດຈະເຮັດໃຫ້ຫົວເຂົ່າສ່ຽງຕໍ່ອາການບາດເຈັບ ພ້ອມກັບອາການເຈັບຫຼັງອາດຈະຖາມຫາ.

ທ່າທີ່ຖືກຕ້ອງ: ສົ້ນຕີນຄວນຈະສໍາຜັດກັບພື້ນດິນຄ່ອຍໆກ່ອນທີ່ທັງພື້ນຕີນຈະຕາມລົງມາ ແລະ ເມື່ອປາຍຕີ້ນແຕະພື້ນ ສົ້ນຕີນຈຶ່ງຈະເປີດຂຶ້ນ ປາຍຕີນກໍຈະຖີບຕົວຂຶ້ນຄ້າຄືກັບສະປຣິງດີດຕົວຂຶ້ນເທິ່ງ ແລະ ເຄື່ອນໄຫວໄປທາງໜ້າໂດຍຈຸດທີ່ຕີນສໍາຜັດພື້ນຄວນຈະກົງກັບຫົວເຂົ່າ ເຊິ່ງຄວນຕ້ອງງໍເຂົ່າໜ້ອຍໜຶ່ງ ແລະ ຕີນຄວນສໍາຜັດພື້ນຫຼັງຈາກທີ່ໄດ້ຢຽດອອກໄປທາງໜ້າ.

ແບ່ງປັນ