Breaking News

5 ສຸດຍອດອາຫານທີ່ຄວນກິນທຸກມື້

ແບ່ງປັນ

KuanjaI FaceB-01

5 ສຸດຍອດອາຫານທີ່ຄວນກິນທຸກມື້

ບໍ່ວ່າໃຜໆກໍ່ລ້ວນແຕ່ຢາກມີສຸຂະພາບທີ່ດີ ດັ່ງນັ້ນການເບິ່ງແຍງຕົວເອງດ້ວຍການອອກກໍາລັງກາຍ ແລະ ການກິນອາຫານທີ່ມີປະໂຫຍດຈຶ່ງເປັນວິທີງ່າຍໆທີ່ຫຼາຍໆຄົນເລືອກໃຊ້ ນອກຈາກຈະກິນອາຫານໃຫ້ຄົບ 5 ໝູ່ແລ້ວ ທາງວາລະສານຂັວນໃຈ ຍັງມີສຸດຍອດອາຫານທີ່ຄວນກິນທຸກມື້ມາແນະນຳດັ່ງນີ້:

  1. ໄຂ່ໄກ່: ໄຂ່ໄກ່ເປັນສຸດຍອດອາຫານທີ່ຫາໄດ້ງ່າຍ ແລະ ລາຄາຍັງຖືກອີກ ໄຂ່ໄກ່ນັ້ນເປັນແຫຼ່ງຂອງໂປຣຕິນທີ່ມີຄຸນນະພາບສູງ ທີ່ຈະເຮັດໃຫ້ທ່ານໄດ້ພະລັງງານແຕ່ບໍ່ຕຸ້ຍ ແລະ ຍັງມີປະໂຫຍດໃນການບຳລຸງສາຍຕາ, ຍັງມີລູທີນ(Lutein)ທີ່ຈະປ້ອງກັນຜິວຈາກການທຳລາຍຂອງແສງແດດອີກດ້ວຍ.
  2. ຖົ່ວ: ຖົ່ວເປັນແຫຼ່ງຂອງເຫຼັກ ເຊິ່ງເປັນສານອາຫານທີ່ຊ່ວຍໃນການສົ່ງຜ່ານ oxygen ຈາກປອດໄປຫາເຊວຕ່າງໆຂອງຮ່າງກາຍ ໃນຖົ່ວ 1 ຖ້ວຍ ຈະໃຫ້ທາດເຫຼັກປະມານ 16 ມິນລີກະກຼາມ ເຊິ່ງຖືວ່າເປັນປະລິມານທີ່ສູງ ນອກຈາກນີ້ຖົ່ວຍັງມີໄຟເບີຊ່ວຍໃຫ້ຮ່າງກາຍຂັບຖ່າຍໄດ້ງ່າຍອີກດ້ວຍ.
  3. ໝາກກ້ຽງ: ເປັນແຫຼ່ງວິຕາມິນ C ທີ່ມີປະໂຫຍດຕໍ່ການສ້າງເມັດເລືອດຂາວ, ຊ່ວຍສ້າງພູມຕ້ານທານພະຍາດ ແລະ ຍັງມີໄຟເບີສູງ ເປັນແຫຼ່ງຂອງແອນຕີ້ອ໋ອກຊີເດນ( anti oxidant )ທີ່ຈະຊ່ວຍປົກປ້ອງເຊວຜິວຈາກການຖືກທຳລາຍ ແລະ ເສີມສ້າງຄໍລາເຈນ(collagen)ໃນຜິວອີກດ້ວຍ.
  4. ຊາ: ແມ່ນວ່າຊາຈະເປັນເຄື່ອງດື່ມທີ່ບໍ່ໄດ້ໃຫ້ຜົນດີຕໍ່ສຸຂະພາບປານໃດແຕ່ຮູ້ບໍວ່າການດື່ມຊາໃນປະລິມານທີ່ພໍດີ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນຄວາຈຳເຊື່ອມ, ມະເຮັງ, ເຮັດໃຫ້ສຸຂະພາບແຂ້ວ ແລະ ກະດູກແຂງແຮງຂຶ້ນ ເພາະໃນຊານັ້ນມີສານແອນຕີ້ອ໋ອກຊີເດນ( anti oxidant )ທີ່ຮ້ອງວ່າ ຟຣາໂວນອຍ (flavonoids) ທີ່ໃຫ້ຜົນດີຕໍ່ສຸຂະພາບ.
  5. ໂຍເກີດ: ອາຫານສຸຂະພາບທີ່ຫຼາຍໆຄົນມັກກິນ ເພາະຢູ່ໃນໂຍເກີດນັ້ນມີສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຫຼາຍ ບໍ່ວ່າຈະເປັນ ໂພແທດຊຽມ(potassium), ຟອດຟໍຣັດ(phosphorus), ສັງກະສີ, ວິຕາມິນບີ12 ແລະ ໂປຣຕິນ ດັ່ງນັ້ນ ຖ້າໃຜກິນໂຍເກີດໃຫ້ໄດ້ມື້ລະ 1 ຈອກ ຈະເຮັດໃຫ້ສຸຂະພາບນັ້ນດີ.

 

ແບ່ງປັນ