Breaking News

6 ຂັ້ນຕອນການເບິ່ງແຍງເລັບຂອງທ່ານ

ແບ່ງປັນ

6 ຂັ້ນຕອນການເບິ່ງແຍງເລັບຂອງທ່ານໃຫ້ຄົງຄວາມງາມ, ສະອາດສະດຸດຕາ

ແຕ່ລະຂັ້ນຕອນໃນການເບິ່ງແຍງຮັກສາ:

  1. ເລືອກສີໃຫ້ເໝາະສົມກັບ style ຂອງທ່ານ ສີຂອງຢາທາເລັບມີໃຫ້ເລືອກຫຼາກຫຼາຍຈົນທ່ານສາມາດບໍ່ຖືກເລີຍ ດັ່ງນັ້ນຫຼັກການງ່າຍໆເລີຍກໍຄື ໃຫ້ທ່ານເລືອກສີແບບດ້ານ ຫຼື ມັນວາວທີ່ເຂົ້າກັບ style ການແຕ່ງໜ້າ ແລະ ເສື້ອຜ້າຂອງທ່ານອີກດ້ວຍ.
  2. ການຖູເລັບ ຢາທາເລັບສີເຂັ້ມຈະເບິ່ງເຂົ້າກັບເລັບທີ່ມີຄວາມສັ້ນຫຼາຍກວ່າ.
  3. ການບໍາລຸງ, ຕັດໜັງຂອງທ່ານໃຫ້ຮຽບຮ້ອຍ ແລະ ໝັ່ນບໍາລຸງເພິ່ມຄວາມຊຸ່ມຊື່ນດ້ວຍນໍ້າມັນ ຫຼື ຄີມບໍາລຸງ ບໍ່ຄວນປ່ອຍໃຫ້ມັນແຫ້ງເປັນໜັງແຂງໆ ຫຼື ລອກອອກເປັນຂຸຍ ເພາະນັ້ນຈະເຮັດໃຫ້ເລັບທີ່ທ່ານຕັ້ງໃຈແຕ້ມສີສັນລົງໄປແລ້ວບໍ່ເປັນຕາເບິ່ງເລີຍ.
  4. ການປົກປ້ອງເລັບໃຫ້ທ່ານໃຊ້ຄີມບໍາລຸງມືທີ່ມີຄຸນນະພາບສູງ ໂດຍສະເພາະໃນຊ່ວງໜ້າໜາວ ຫຼື ເມື່ອອາກາດເຢັນ ເພາະມືຂອງທ່ານຈະແຫ້ງ ແລະ ຫຍາບກະດ້າງໄດ້ງ່າຍ ດັ່ງນັ້ນທ່ານຈຶ່ງຄວນເລືອກໃຊ້ຄີມບໍາລຸງມືທີ່ມີສ່ວນປະສົມຂອງ SPF ຕະຫຼອດ ບໍ່ວ່າຈະເປັນຊ່ວງໜ້າໜາວ ຫຼື ໜ້າຮ້ອນກໍຕາມ.
  5. ຖູເລັບຂອງທ່ານໃຫ້ຮຽບຮ້ອຍ ທ່ານຈະຕ້ອງໃຊ້ຕົວຮອງພື້ນທີ່ຊ່ວຍໃຫ້ເລັບທີ່ເປັນຄື່ນນັ້ນລຽບນຽນຂຶ້ນ ຫຼື ຈະໃຊ້ຕະໄບຂັດເງົາເລັບກໍໄດ້ຄືກັນ ຖ້າຫາກເລັບຂອງທ່ານລຽບນຽນແລ້ວຈະເຮັດໃຫ້ການທາເລັບງ່າຍຂຶ້ນ ແລະ ຍັງເຮັດໃຫ້ເລັບໂດຍໃຊ້ສີແບບດ້ານ ແລະ Metallic ນັ້ນງາມຫຼາຍຂຶ້ນອີກດ້ວຍທ່ານບໍ່ຄວນຖູເລັບແຮງຈົນເກີນໄປເພາະຈະເຮັດໃຫ້ເລັບບາງ ແລະ ແຕກຫັກໄດ້.
  6. ການທາສີເລັບ ໃຫ້ທ່ານໃຊ້ສີອ່ອນຮອງພື້ນທາເລັບກ່ອນສະເໝີແລ້ວຈຶ່ງທາສີເລັບທັບລົງໄປເປັນຈໍານວນສອງຊັ້ນ( ຍົກເວັ້ນແຕ່ວ່າເປັນຊະນິດທາຊັ້ນດຽວກໍໄດ້ສີງາມເລີຍ ) ຈາກນັ້ນກໍໃຊ້ນໍ້າຢາເຄືອບເລັບທາທັບລົງໄປອີກເພື່ອໃຫ້ເລັບຂອງທ່ານມີຄວາມເງົາງາມ ແລະ ເຮັດໃຫ້ສີເລັບເບິ່ງໂດດເດັ່ນສວຍງາມຂຶ້ນ.

 

ແບ່ງປັນ