Breaking News

ຄວາມງາມຂອງທະເລ ໃນເກາະສະເມັດ

ແບ່ງປັນ

ເກາະສະເມັດ ໃນແຂວງຣະຍອງ ປະເທດໄທ ມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງທາງດ້ານຄວາມງາມຂອງທະເລທີ່ໂດດເດັ່ນ ໂດຍມີຫາດຊາຍສີຂາວ ລັກສະນະຂອງເກາະຈະເປັນຮູບສາມຫຼ່ຽມ ເຊິ່ງເປັນດິນແດນຕໍານານເລື່ອງເລົ່າຂານ ພະອາໄພມະນີ ເກາະແກ້ວພິສະດານ.

04

ສາວໆຫຼາຍຄົນອາດຈະເຄີຍໄດ້ຍິນເລື່ອງ “ພະອາໄພມະນີ ແມງກະເບື້ອສະໝຸດ” ທີ່ເປັນວັນນະຄະດີກະວີເອກຂອງ ສູນທອນຜູ່ ຂອງໄທ ແລະ ຂອງໂລກ ແຕ່ນັກທ່ອງທ່ຽວບາງຄົນອາດຈະບໍ່ເຄີຍໄດ້ຍິນເລື່ອງນີ້ມາກ່ອນກໍມີ.

03

ສະນັ້ນ, ຈິ່ງຂໍນຳພາທ່ານຜູ້ອ່ານໄປຮູ້ຈັກ ເກາະແກ້ວພິສະດານ ຫຼື ເກາະສະເມັດ ເພີ່ມຕື່ມ ເພື່ອກໍ່ໃຫ້ເກີດຄວາມສົນໃຈຢາກໄປທ່ຽວ ໃນສະຖານທີ່ແຫ່ງນີ້ ທີ່ຢູ່ໃກ້ກັບປະເທດລາວ ໄປມາກໍສະດວກສະບາຍ ສິ່ງສຳຄັນ ເຮົາບໍ່ຕ້ອງເສຍເງິນຫຼາຍອີກ ນອກນັ້ນ ຍັງເປັນການປະຢັດເວລາໃນການເດີນທາງນຳອີກເນາະ !

01

ເຊິ່ງສະຖານທີ່ທ່ອງທ່ຽວຂອງເກາະສະເມັດກໍມີຫຼາຍແຫ່ງ ແຕ່ຈະສະເໜີພຽງບາງແຫ່ງທີ່ເດັ່ນໆ ມາໃຫ້ທ່ານຜູ້ອ່ານໄດ້ຮູ້ບາງຈຸດເທົ່ານັ້ນເຊັ່ນ: “ອ່າວກາງ” ຢູ່ທາງພາກເໜືອຂອງເກາະ ສາມາດເບິ່ງເຫັນຈາກບ້ານເພ ມີຫາດຊາຍຂາວຍາວປະມານ 1 ກິໂລແມັດ ເປັນຊຸມຊົນໝູ່ບ້ານໜຶ່ງໃນເກາະສະເມັດ ທັງເປັນບ່ອນຈອດເຮືອທ່ອງທ່ຽວ

05

ສ່ວນອີກບ່ອນໜຶ່ງແມ່ນ “ຫາດຊາຍແກ້ວ” ຢູ່ທາງຕາເວັນອອກສຽງໃຕ້ຂອງເກາະຫ່າງຈາກໝູ່ບ້ານໃນເກາະປະມານ 800 ແມັດ ເຊິ່ງເປັນຫາດຊາຍທີ່ງາມທີ່ສຸດຂອງເກາະ ມີຄວາມລະອຽດຊາຍຂາວສະອາດມີຄວາມຍາວປະມານ 780 ແມັດ.

 

02

ນອກຈາກນີ້ ບັນຍາກາດຂອງເກາະສະເມັດສໍາພັດໄດ້ເຖິງອາກາດທີ່ມີຄວາມສົດຊື່ນ ຈາກທຳມະຊາດຢ່າງແທ້ຈິງ ເຊິ່ງບໍ່ສາມາດປຽບທຽບກັບທຳມະຊາດບ່ອນໃດໄດ້ອີກ.

06

ແບ່ງປັນ