Breaking News

ດວງປະຈໍາ ວັນທີ 2 ກັນຍາ 2016.

ແບ່ງປັນ

ດວງປະຈໍາ ວັນທີ 2 ກັນຍາ 2016.

  • ວັນຈັນ.

ການເງິນ: ຍັງບໍ່ຄ່ອຍດີປານໃດ ຊ່ວງນີ້ລາຍໄດ້ຂອງທ່ານຈະຫຼຸດນ້ອຍລົງ.

ວຽກງານ: ວຽກງານມື້ນີ້ເດັ່ນເປັນພິເສດ ທ່ານຈະໄດ້ຮັບການຊ່ວຍເຫຼືອອຸປະຖໍາຈາກຜູ້ໃຫຍ່ ຜູ້ທີ່ຈະໃຫ້ຄໍາແນະນໍາ, ປຶກສາທີ່ດີ.

ຄວາມຮັກ: ບັນຫາຮັກທີ່ເຄີຍມີຈະສາມາດຜ່ານໄປໄດ້ ເພາະທ່ານກັບຄົນຮັກພະຍາຍາມປັບຕົວເຂົ້າຫາກັນ.

  • ວັນອັງຄານ.

ການເງິນ: ອາດຈະໄດ້ໂຊກລາບຈາກການສ່ຽງໂຊກ ຫຼື ມີໂຊກລາບເປັນຂອງຂັວນທີ່ມີຄ່າ.

ວຽກງານ: ຈະໄດ້ເຮັດວຽກກຸ່ມໃໝ່ໆຮ່ວມກັບຄົນອ້ອມຂ້າງ ໂດຍມີທ່ານເປັນກໍາລັງສໍາຄັນຂອງກຸ່ມເຮັດໃຫ້ທ່ານມີພະລັງໃຈເຮັດວຽກຫຼາຍຂຶ້ນ.

ຄວາມຮັກ: ຄົນໂສດອາດຈະມີຄົນມາເຂົ້າມາຈີບ ຫຼື ມາຂໍເບີ້ໂທຕິດຕໍ່ ແຕ່ທ່ານຍັງບໍ່ກ້າທີ່ຈະຮັກໃຫ້ລອງຂ້າມຜ່ານຄວາມຢ້ານໄປແລ້ວທ່ານອາດຈະພົບວ່າຜູ້ຊາຍຄົນນີ້ກໍມີດີຄືກັນ.

  • ວັນພຸດ.

ການເງິນ: ຄົນທີ່ເດືອດຮ້ອນເລື່ອງການເງິນຈະໄດ້ຮັບຄວາມຊ່ວຍເຫຼືອຈາກຍາດພີ່ນ້ອງ.

ວຽກງານ: ຄົນທີ່ເປັນລູກຈ້າງລະວັງຫົວໜ້າບັງຄັບໃຫ້ເຮັດໃນສິ່ງທີ່ທ່ານບໍ່ຢາກເຮັດ ຫຼື ຖືກຄົນຢູ່ໃນບ່ອນເຮັດວຽກເອົາປຽບ.

ຄວາມຮັກ: ລະວັງຖືກຄົນອ້ອມຂ້າງໃສ່ຮ້າຍປ້າຍສີໃຫ້ແຟນທ່ານບໍ່ໄວ້ໃຈທ່ານ ຈົນກາຍເປັນເລື່ອງຜິດຖຽງກັນ.

  • ວັນພະຫັດ.

ການເງິນ: ມື້ື້ນີ້ທ່ານອາດຈະໄດ້ໂຊກລາບ ຫຼື ສິ່ງຂອງທີ່ມີລາຄາ.

ວຽກງານ: ລະວັງການເຈລະຈາ ການເຮັດຂໍ້ຕົກລົງຫຍັງກໍຕາມໃຫ້ພິຈາລະນາໃຫ້ຮອບດ້ານຮອບຄອບບໍ່ດັ່ງນັ້ນທ່ານອາດເປັນຝ່າຍເສຍປຽບ.

ຄວາມຮັກ: ລະວັງຈະເປັນໂສດແບບບໍ່ທັນຕັ້ງຕົວ ຢູ່ໆແຟນກໍຫາຍໄປເລີຍບໍ່ເລີກກໍເໝືອນເລີກ.

  • ວັນສຸກ.

ການເງິນ: ຈະດີຂຶ້ນມີເງິນເຂົ້າມາເລື່ອຍໆ ແຕ່ລະວັງເງິນມາໄວກໍໄປໄວຄືກັນ.

ວຽກງານ: ທ່ານຢູ່ໃນສະພາບຕ້ອງແລກ ຫຼື ຕ້ອງແລກຫຍັງບາງຢ່າງເພື່ອໃຫ້ວຽກງານປະສົບຄວາມສໍາເລັດ.

ຄວາມຮັກ: ລະວັງພົບຮັກສາມເສົ້າ ຫຼື ກິນນໍ້າໃຕ້ສອກຄົນອື່ນໂດຍບໍ່ຮູ້ຕົວ ຄວນຮູ້ຈັກໃຊ້ເຫດຜົນຫຼາຍກວ່າໃຊ້ອາລົມແດ່ເພາະຈະເຮັດໃຫ້ເຫັນຄວາມຈິງຫຼາຍຂຶ້ນ.

  • ວັນເສົາ.

ການເງິນ: ຊ່ວງນີ້ດີ ອາດຈະມີລາຍໄດ້ເຂົ້າມາຫຼາຍທາງ, ການເຮັດສັນຍາການເງິນທີ່ສໍາຄັນຈະໄປໄດ້ດີ.

ວຽກງານ: ວຽກດ້ານການສອນ ຫຼື ສຶກສາຮໍ່າຮຽນຈະເດັ່ນເປັນພິເສດ.

ຄວາມຮັກ: ຍັງບໍ່ເປັນໄປຕາມຫວັງ ເພາະທ່ານບໍ່ພ້ອມຈະມີຄວາມຮັກອາດກໍາລັງກັງວົນໃຈກັບເລື່ອງສ່ວນຕົວ, ຊີວິດຄອບຄົວ ຫຼື ວຽກງານ ທ່ານຄວນເຮັດໃຈໃຫ້ສະບາຍໆຮັກຈຶ່ງຈະເຂົ້າມາໄດ້.

  • ວັນອາທິດ.

ການເງິນ: ຄົນທີ່ການເງິນບໍ່ດີມີແວວຍິ້ມອອກ ຈະເຫັນຊ່ອງທາງໃນການຊອກຫາຍລາຍໄດ້.

ວຽກງານ: ຄົນທີ່ກໍາລັງຊອກແນວທາງໃນການເຮັດທຸລະກິດຈະມີຄົນແນະນໍາໃຫ້ສົມໃຈ, ມີຄົນແນະນໍາລູກຄ້າ, ຫຸ້ນສ່ວນທຸລະກິດທີ່ດີໃຫ້ ຫຼື ໄດ້ຮ່ວມວຽກເປັນທີມກັບຄົນທີ່ດີມີຄວາມສາມາດ.

ຄວາມຮັກ: ລະວັງບັນຫາກັບຄົນຮັກເພາະນິໄສບໍ່ດີທີ່ເຂົາບໍ່ເຄີຍປ່ຽນ ແມ່ນວ່າຈະເມື່ອຍໃຈປານໃດແຕ່ທ່ານກໍຕັດໃຈຈາກເຂົາບໍ່ໄດ້.

ແບ່ງປັນ