Breaking News

ນິດ​ໄສ​ເຫຼົ່ານີ້​ແຫຼະ! ທີ່​ເຮັດ​ໃຫ້​ທ່ານ​ທ້ອນ​ເງິນ​ບໍ່​ໄດ້​ຈັກ​ເທື່ອ.

ແບ່ງປັນ

ເຄີຍໄດ້ຍິນບໍ່ວ່າ ການທີ່ເຮົາຈະເປັນຄົນຮັ່ງໄດ້ ມັນບໍ່ໄດ້ຂຶ້ນກັບວ່າ ເຮົາຈະມີລາຍໄດ້ຫຼາຍ ຫຼື ໜ້ອຍ ແຕ່ມັນຂຶ້ນກັບ ນິດໄສການໃຊ້ຈ່າຍເງິນຂອງເຮົາ ແລະ ທ່ານເຄີຍສົງໄສບໍ່ວ່າ: ໃນແຕ່ລະເດືອນ ເຮົາຄືບໍ່ມີເງິນເຫຼືອໃນບັນຊີເລີຍ ? ທັ້ງໆທີ່ເຮົາເຮັດວຽກມາກໍຫຼາຍປີແລ້ວ ລອງມາສຳຫຼວດຕົນເອງຄືນເບິ່ງວ່າ ເຮົາມີພຶດຕິກຳ ໃນການໃຊ້ຈ່າຍເງິນດັ່ງລຸ່ມນີ້ຫຼືບໍ່ ເພາະມັນເປັນສາເຫດທີ່ເຮັດໃຫ້ເຮົາບໍ່ມີເງິນເຫຼືອໃນບັນຊີ

  1. ເງິນເດືອນຂຶ້ນກໍຈ່າຍຫຼາຍເທົ່າໆທີ່ໄດ້ມາ.

ເງິນເດືອນຂຶ້ນທຸກປີ ແຕ່ທ່ານເອງກໍມີພຶດຕິກຳການໃຊ້ຈ່າຍເງິນຫຼາຍເທົ່າກັບຈຳນວນທີ່ໄດ້ມາ ເຮັດແບບນີ້ຈະເຫຼືອເງິນຢູ່ໃສມາທ້ອນເນາະ ! ສະນັ້ນ, ພະຍາຍາມບໍລິຫານການໃຊ້ຈ່າຍເງິນທີ່ໄດ້ມາໃຫ້ສົມດຸນກັບຄ່າໃຊ້ຈ່າຍທີ່ຈຳເປັນເທົ່ານັ້ນ.

  1. ໃຊ້ເງິນໂດຍບໍ່ຄຳນຶງເຖິງອະນາຄົດ.

ການໃຊ້ຈ່າຍເງິນແບບຕາມໃຈໃນມື້ນີ້ ໂດຍບໍ່ສົນວ່າມື້ອື່ນຈະກິນຫຍັງ ແລະ ບໍ່ສົນວ່າຕົນເອງກໍບໍ່ໄດ້ຮັ່ງມີພໍສ່ຳໃດ ຄົນທີ່ມັກຈ່າຍເງິນແບບບໍ່ຄິດບໍ່ຫວ່ງ ວ່າຊີວິດຕໍ່ໜ້າຈະເປັນແນວໃດນັ້ນ ທ່ານບໍ່ຄິດແດ່ບໍ້ວ່າ: ພຶດຕິກຳແບບນີ້ມັນບໍ່ດີຕໍ່ຕົວທ່ານ ແລະ ຄົນອ້ອມຂ້າງ ທ່ານລອງປ່ຽນຄວາມຄິດເບິ່ງວ່າ ຖ້າທ່ານສາມາດແບ່ງລາຍຮັບພູດໜຶ່ງ ໃຊ້ຈ່າຍໃນຊີວິດປະຈໍາວັນ, ອີກພູດໜຶ່ງໃຊ້ຈ່າຍໃນເວລາສຸກເສີນ ແລະ ອີກພູດໜຶ່ງທ້ອນໄວ້ໃນບັນຊີເພື່ອໃຊ້ຈ່າຍໃນອະນາຄົດ ທ່ານຈະມີເງິນຫຼາຍປານໃດ.

  1. ຮອດຍາມທ້ອນຈຶ່ງຊິທ້ອນດອກ !

ສຳລັບໃຜທີ່ມັກໃຊ້ປະໂຫຍກນີ້ ໃນເວລາທີ່ຈະທ້ອນເງິນ ບອກເລີຍວ່າ ບໍ່ຄວນຄິດແບບນີ້ ເພາະເຮົາເຮັດວຽກຈົນໃຈຊິຂາດ ຫຼື ມີເງິນເດືອນຫຼາຍພຽງໃດກໍຕາມ ມັນກໍເປັນເລື່ອງຍາກທີ່ຈະຮັ່ງມີຄືກັບຄົນອື່ນໄດ້ ໃນເມື່ອເງິນທີ່ຊອກໄດ້ນັ້ນ ເອົາໄປໃຊ້ຈ່າຍຈົນໝົດຕົວຕະຫຼອດ ບໍ່ມີເຫຼືອໄວ້ໃຫ້ທ້ອນຈັກກີບໃນແຕ່ລະເດືອນ ຖ້າຍັງເຮັດແບບນີ້ອີກຕໍ່ໄປ ບອກໄດ້ເລີຍວ່າ ທຸກຢູ່ແບບນີ້ແຫຼະ.

  1. ບໍ່ຈົດລາຍຮັບ-ລາຍຈ່າຍ

ບັນຊີລາຍຮັບ-ລາຍຈ່າຍ ມັນມີຄວາມສຳຄັນຫຼາຍຕໍ່ກັບວິຖີຊີວິດການຈ່າຍເງິນ ແລະ ໂອກາດໃນການທ້ອນເງິນຂອງເຮົາໃນປັດຈຸບັນ ເພາະຖ້າເຮົາມີຄວາມຊັດເຈນແຈ່ມແຈ້ງໃນການຈ່າຍເງິນໃນແຕ່ລະມື້ວ່າ: ເຮົາເອົາເງິນນັ້ນໄປເຮັດຫຍັງແດ່ ? ຈົກຈ່າຍເທົ່າໃດ ? ໄດ້ຮັບເທົ່າໃດ ? ມີຈຳນວນຕົວເລກຢ່າງຄັກແນ່ ເຮົາກໍຈະສາມາດບໍລິຫານເງິນໄດ້ ແບບມີປະສິດທິພາບ ໂດຍສະເພາະ ເຮົາຈະເຫັນເລື່ອງຄວາມຈຳເປັນໃນການຈ່າຍເງິນຫຼາຍຂຶ້ນ ແລະ ເຮົາກໍຈະມີພຶດຕິກຳການໃຊ້ຈ່າຍເງິນແບບສົມເຫດສົມຜົນຫຼາຍຂຶ້ນ.

  1. ຊື້ທຸກຢ່າງທີ່ຢາກໄດ້ ແຕ່ບໍ່ຄິດຄຳນຶງເຖິງຄວາມຈຳເປັນ ແລະ ຖານະຕົນເອງ.

ນິດໄສຂໍ້ນີ້ ຖ້າຈະໃຫ້ເວົ້າແບບຖືກຕ້ອງແທ້ໆແມ່ນ ໃຊ້ຈ່າຍເງິນແບບຟຸມເຟືອຍຫຼາຍເກີນໄປ ມີນິດໄສຊື້ເຄື່ອງເນັ້ນຄວາມຢາກໄດ້ ຫຼາຍກວ່າເນັ້ນຄວາມຈຳເປັນ ຖ້ານິດໄສແບບນີ້ຢູ່ກັບຄົນທີ່ມັກຈ່າຍເງິນ ແບບບໍ່ຄໍານຶງເຖິງຄວາມຈຳເປັນ ແລະ ສະຖານະພາບການເງິນຂອງຕົນເອງແລ້ວ ຖ້າເປັນແບບນີ້ຕໍ່ໄປ ໄດ້ເງິນມາເທົ່າໃດກໍໝົດ ຮັບຮອງວ່າບໍ່ຮັ່ງບໍ່ມີຢ່າງແນ່ນອນ.

 

ແບ່ງປັນ