Breaking News

ວິທີກິນທີ່ຈະເຮັດໃຫ້ຮ່າງກາຍມີສຸຂະພາບດີ

ແບ່ງປັນ

ວິທີກິນທີ່ຈະເຮັດໃຫ້ຮ່າງກາຍມີສຸຂະພາບດີ

  • ກ່ອນຈະກິນທຸກເທື່ອທ່ານຄວນຄຳນຶງເຖິງຄຸນຄ່າທາງໂພຊະນາການຂອງອາຫານແຕ່ລະຊະນິດ ຫຼັກການງ່າຍໆເລີຍກໍຄືຄວນກິນອາຫານໃຫ້ຄົບຫ້າໝູ່ເພື່ອທີ່ຮ່າງກາຍຈະໄດ້ນໍາໄປໃຊ້ພະລັງງານຢ່າງເຕັມທີ່ ແລະ ສາມາດເວົ້າໄດ້ວ່າສານອາຫານທັງຫ້າໝູ່ນີ້ຄວນກິນໃຫ້ມີປະລິມານທີ່ເໝາະສົມບໍ່ຫຼາຍ ຫຼື ບໍ່ໜ້ອຍເກີນໄປເຊິ່ງຈະດີຕໍ່ສຸຂະພາບຫຼາຍ.

 

healthy and junk food concept - woman with fruits rejecting hamburger and cake

  • ກິນໝາກໄມ້ສົດເປັນອາຫານຫວ່າງ ຫຼາຍຄົນທີ່ມັກກິນເຂົ້າໜົມຈຸກຈິກລະຫວ່າງມື້ ຖ້າບໍ່ຢາກຕຸ້ຍ ຫຼື ມີພະຍາດເພາະເຂົ້າໜົມຫວານເຫຼົ່ານີ້ ຄວນປ່ຽນມາເປັນການກິນໝາກໄມ້ສົດແທນ ເຮັດໃຫ້ໄດ້ປະໂຫຍດທັງໃຍອາຫານ ແລະ ວິຕາມິນສູງແຕ່ລະວັງໄວ້ວ່າບໍ່ຄວນກິນໝາກໄມ້ທີ່ມີລົດຊາດຫວານຫຼາຍ ຖ້າບໍ່ຢ່າງນັ້ນອາດໄດ້ຄວາມອ້ວນມາແທນທີ່ຄວາມຫຸ່ນດີ.

 

rainbow-fruit-skewers

 

  • ຖ້າຫາກວ່າອົດໃຈບໍ່ໄດ້ທີ່ຢາກຈະກິນຂອງຫວ່າງຈໍາພວກ Bakery ອາດຈະອະນຸຍາດໄດ້ດ້ວຍການກິນເຂົ້າໜົມປັງທີ່ເຮັດມາຈາກແປ້ງເຂົ້າສາລີ ເພາະຈະມີທັນຍາພືດທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຄວນຫຼີກລ່ຽງເຂົ້າໜົມລົດຊາດຫວານປະເພດຄຸກກີ້ ເປັນຕົ້ນ.

 

6801177-lovely-bakery-wallpaper

 

  • ການເລືອກເຄື່ອງດື່ມທາງທີ່ດີທີ່ສຸດຄວນດື່ມນໍ້າດດື່ມບໍລິສຸດ ເພາະຈະເຮັດໃຫ້ຜິວພັນສົດໃສຊຸ່ມຊື່ນ ແລະ ບໍ່ມີອັນຕະລາຍຕໍ່ຮ່າງກາຍ ແຕ່ຖ້າຫາກວ່າຢາກຈະດື່ມເຄື່ອງດື່ມທີ່ສົດຊື່ນຈັກໜ້ອຍກໍ່ສາມາດເລືອກດື່ມນໍ້າໝາກໄມ້ສົດຊະນິດຕ່າງໆ ບໍ່ແນະນໍານໍ້າໝາກໄມ້ສໍາເລັດຮູບ ແລະ ນໍ້າອັດລົມປະເພດຕ່າງໆເພາະວ່າມີສ່ວນຜະສົມຂອງນໍ້າຕານ ເຊິ່ງເມື່ອດື່ມເປັນປະຈໍາອາດເຮັດໃຫ້ສຸຂະພາບບໍ່ດີ, ຜິວພັນໝອງຄໍ້າ ແລະ ຕຸ້ຍຂຶ້ນອີກດ້ວຍ.

 

drink-more-water

 

  • ເລື່ອງຄວາມສະອາດ ແລະ ປອດໄພຂອງອາຫານກໍ່ເປັນສິ່ງທີ່ສໍາຄັນທີ່ສຸດ ໂດຍທ່ານຄວນເລືອກຊື້ຂອງທີ່ສົດໃໝ່ ແລະ ມີແຫຼ່ງຜະລິດທີ່ໜ້າເຊື່ອຖືໄດ້ ແລະ ຄວນເບິ່ງສະຫຼາກກຳກັບຂອງປະເພດອາຫານທີ່ທ່ານເລືອກຊື້ກິນທຸກໆເທື່ອ ແລະ ກໍ່ຄວນຈະເກັບໃນອຸນຫະພູມທີ່ມີຄວາມເໝາະສົມນັ້ນເອງ.

 

fresh-food-i-make-the-pies

 

 

ແບ່ງປັນ