Breaking News

ສຸດຍອດເຄື່ອງດື່ມເພື່ອສຸຂະພາບຜິວທີ່ດີ

ແບ່ງປັນ

ສຸດຍອດເຄື່ອງດື່ມເພື່ອສຸຂະພາບຜິວທີ່ດີ

  • ນໍ້າໝາກພ້າວ

ເມື່ອທຽບກັບເຄື່ອງດື່ມເກືອແຮ່ແລ້ວຖືວ່ານໍ້າໝາກພ້າວນັ້ນດີຕໍ່ສຸຂະພາບຫຼາຍກວ່າ ເນື່ອງຈາກນໍ້າໝາກພ້າວຈະມີລົດຊາດຫວານຕາມທໍາມະຊາດ ແລະ ບໍ່ມີສານໃຫ້ຄວາມຫວານທຽມອີກດ້ວຍ ນອກຈາກນີ້ຍັງເປັນແຫຼ່ງ potassium ເຊິ່ງຄົນສ່ວນຫຼາຍມັກຈະຂາດເຊິ່ງເກີດຈາກການກິນຜັກ ແລະ ໝາກໄມ້ບໍ່ພຽງພໍ  ເຖິງຢ່າງໃດກໍ່ຕາມຂໍ້ດີຂອງນໍ້າໝາກພ້າວທີ່ມີຕໍ່ຜິວ ອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະເຊິ່ງຈະຊ່ວຍຂະບວນການທີ່ເຮັດໃຫ້ຜິວນານແກ່ກ່ອນໄວ ຫຼ້າສຸດໄດ້ມີການຄົ້ນພົບສານອາຫານໃນນໍ້າໝາກພ້າວທີ່ມີປະໂຫຍດໃນທາງການແພດເຊັ່ນ: Fire growth hormone ຫຼື hormone ພືດ ແລະ ໜຶ່ງໃນນັ້ນມີຊື່ວ່າ hormone ເຊິ່ງມີຄຸນສົມບັດຕໍ່ຕ້ານຮິ້ວຮອຍ ແລະ ຊ່ວຍຮັກສາຄວາມອ່ອນເຍົາ.

 

coconut

  • ຊາຂຽວ

ເນື່ອງຈາກຄາເຟອິນເຮັດໃຫ້ຮ່າງກາຍຂາດນໍ້າເຮົາຈຶ່ງງຄວນຈໍາກັດປະລິມານການບໍລິໂພກກາເຟ ແຕ່ຊາຂຽວບໍ່ໄດ້ໃຫ້ຜົນລັບແບບນັ້ນ ແລະ ຍັງອຸດົມໄປດ້ວຍ Poly-phenols ເຊິ່ງເປັນສານຕ້ານອະນຸມູນອິດສະລະທີ່ມີສັບພະຄຸນຕ້ານການອັກເສບ ແລະ ຕ້ານມະເຮັງ, ສານ EGCG ໃນໃບຊາຂຽວຈະຊ່ວຍປິ່ນປົວພະຍາດຜິວໜັງບາງຊະນິດໄດ້ເຊັ່ນ: ພະຍາດສະເກັດເງິນ, ພະຍາດສິວໜ້າແດງ ແລະ ແມ່ນແຕ່ຮິ້ວຮອຍ. ນອກຈາກນີ້ສານ Poly-phenols ຍັງມີຄຸນສົມບັດປ້ອງກັນອັນຕະລາຍ ແລະ ສ້ອມແປງພາກສ່ວນທີ່ເສຍຫາຍຈາກແສງ ແລະ ການດື່ມຊາຂຽວກໍ່ຊ່ວຍປ້ອງກັນຄວາມເສຍຫາຍຈາກແສງແດດໄດ້ຢ່າງມີປະສິດທິພາບອີກດ້ວຍ ນອກຈາກຊາຂຽວທີ່ມີປະໂຫຍດໃນທາງການແພດແລ້ວກໍ່ຍັງມີຊາຊະນິດອື່ນທີ່ຊ່ວຍບໍາລຸງຜິວພັນໄດ້ຄືກັນບໍ່ວ່າຈະເປັນຊາດໍາ.

 

japanese tea

 

 

  • ນໍ້າຜັກ, ນໍ້າໝາກໄມ້

ນໍ້າຜັກ, ໝາກໄມ້ສານສະກັດເຢັນ ເປັນອີກວິທີໜຶ່ງທີ່ຈະຊ່ວຍເພິ່ມເຕີມສານອາຫານທີ່ມີປະໂຫຍດເຂົ້າໄປໃນຮ່າງກາຍ ນໍ້າຜັກ, ໝາກໄມ້ສານສະກັດເຢັນ ແຕກຕ່າງຈາກນໍ້າໝາກໄມ້ຊະນິດອື່ນໆບ່ອນທີ່ປາສະຈາກການຕື່ມນໍ້າຕານ, ບໍ່ຜ່ານຂະບວນການຄວາມຮ້ອນ ແລະ ແປຮູບຫຼາຍເກີນໄປ, ມີສານອາຫານຫຼາຍກວ່າເຊັ່ນ: ວິຕາມິນ, ເກືອແຮ່ ແລະ ເອັນໄຊ. ແນວໃດກໍ່ຕາມຄຸນຄ່າທາງໂພຊະນາການຂອງນໍ້າຜັກ, ໝາກໄມ້ສານສະກັດເຢັນຈະຂຶ້ນຢູ່ກັບສ່ວນປະສົມທີ່ຖືກແຕ່ງໂດຍປົກກະຕິຜັກ ແລະ ໝາກໄມ້ສ່ວນຫຼາຍກໍ່ອຸດົມໄປດ້ວຍວິຕາມິນຕ່າງໆເຊັ່ນ: ວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະລະທີ່ຊ່ວຍບໍາລຸງຈຸລັງຜິວຢູ່ແລ້ວ.

 

maxresdefault

 

 

 

ແບ່ງປັນ