Breaking News

ສ້າງນິ​ໄສ​ໃນການ​ຈັດລະບຽບຊີວິດ​ ໃຫ້ດີຂຶ້ນກວ່າເກົ່າ

ແບ່ງປັນ

ທ່ານຜູ້ອ່ານຫຼາຍຄົນ ອາດຈະມີເພື່ອນ ຫຼື ຄົນຮູ້ຈັກ ທີ່ມັກເວົ້າກ່ຽວກັບການຈັດລະບົບຊີວິດທີ່ີມີຄວາມແນ່ນອນ ບໍ່ວ່າຈະເປັນການວາງແຜນ, ການເຮັດ ແລະ ວາງລະບົບເລື່ອງເລັກໆນ້ອຍໆ ເຊັ່ນ: ການຈັດໂຕະຈັດຕັ່ງ ເຊິ່ງຈະຮູ້ສຶກວ່າຄົນເຫຼົ່ານີ້ ໃຊ້ຊີວິດແບບບໍ່ວຸ້ນວາຍ ແລະ ຫຍຸ້ງຍາກ ເມື່ອເບິ່ງແລ້ວເຫັນເຖິງ ຄວາມມີປະສິດທິພາບໃນການໃຊ້ຊີວິດປະຈຳວັນໄດ້ເປັນຢ່າງດີ ເຮັດວຽກໄດ້ຫຼາຍຢ່າງ ຈົນເຮັດໃຫ້ຫຼາຍຄົນອິດສາ, ຢາກເອົາມາເປັນແບບຢ່າງ. ມື້ນີ້ຂວັນໃຈ ຂໍນຳເອົາຄຳວ່າ Organized ມາໃຫ້ທ່ານຜູ້ອ່ານໄດ້ເຂົ້າໃຈເຖິງ ນິໄສຂອງການຈັດລະບຽບຊີວິດທີ່ດີທີ່ສຸດ ໂດຍຈະແບ່ງອອກເປັນ 5 ນິໄສດ້ວຍກັນດັ່ງນີ້:

  1. ພະຍາຍາມຊອກເອົາເຄື່ອງມືມາໃຊ້ເພື່ອຊ່ວຍເຫລືອຕົນເອງ.

ຄຳວ່າເຄື່ອງມື ແມ່ນອຸປະກອນທີ່ສາມາດຊ່ວຍເຫລືອເຮົາໃນຊີວິດປະຈຳວັນໃຫ້ມີປະສິດທິພາບຫຼາຍທີ່ສຸດ ເຊິ່ງເຄື່ອງມືດັ່ງກ່າວ ອາດຈະເລີ່ມຕັ້ງແຕ່ສິ່ງນ້ອຍໆ ຂຶ້ນໄປຈົນຮອດອຸປະກອນທີ່ໄຮເທັກ ເຊັ່ນ: ແອບການແຈ້ງເຕືອນ ສຳລັບຊອກຫາຂໍ້ມູນເພີ່ມ.

  1. ຮູ້ຈັດລຳດັບຄວາມສຳຄັນ.

ທຸກໆຄົນລ້ວນມີສິ່ງທີ່ຕ້ອງເຮັດຫຼາຍຢ່າງ ແຕ່ຄົນທີ່ຈະຈັດລະບຽບຊີວິດຕົນເອງໄດ້ເປັນຢ່າງດີ ພ້ອມທັງເຮັດສິ່ງຕ່າງໆມີປະສິດທິພາບນັ້ນ ກໍຍ້ອນມີການວາງແຜນ ແລະ ຈັດຮຽງຄວາມສຳຄັນຂອງສິ່ງຕ່າງໆໃຫ້ເປັນລະບົບ ເຊິ່ງການຈັດລຳດັບນີ້ ຈະສອດຄ່ອງກັບການວາງເປົ້າໝາຍຕ່າງໆຂອງຄົນໆນັ້ນ ເຮັດໃຫ້ພວກເຂົາສາມາດຮູ້ໄດ້ວ່າ ສິ່ງຕ່າງໆ ທີ່ຕ້ອງເຮັດນັ້ນຈະສົ່ງຜົນຕໍ່ກັບພວກເຂົາແບບໃດ ລວມທັງໄລຍະສັ້ນ ແລະ ໄລຍະຍາວ.

  1. ຮູ້ເລືອກວິທີການທີ່ບໍ່ສະຫລັບສັບຊ້ອນ.

ຫຼາຍລະບົບມັກຈະມີຄວາມສະຫລັບສັບຊ້ອນ ແລະ ຫຍຸ້ງຍາກ ເນື່ອງມາຈາກປັດໄຈຫຼາຍຢ່າງ ບາງທີກໍຍ້ອນອຸປະກອນທີ່ກ້າວໜ້າ ຫຼື ເຮັດຫຍັງໄດ້ຫຼາຍຢ່າງ ກໍເຮັດໃຫ້ມັນໃຊ້ການຍາກ ແລ້ວມັນກໍນຳໄປສູ່ຄວາມຫຍຸ້ງຍາກໃນທີ່ສຸດ ເມື່ອເປັນດັ່ງນັ້ນແລ້ວ ຄົນສ່ວນຫຼາຍມັກເລືອກວິທີທີ່ງ່າຍ ເຊິ່ງສາມາດຈັດການທຸກຢ່າງໄດ້ໂດຍບໍ່ຕ້ອງມີຂັ້ນຕອນ.

  1. ຮູ້ຈັດລະບຽບເຄື່ອງຂອງຢູ່ສະເໝີ

ຄົນທົ່ວໆໄປ ມັກຈະກອງເຄື່ອງໄວ້ຫຼາຍຈົນກາຍເປັນຮົກ ແລ້ວຕັດສິນໃຈບໍ່ໄດ້ວ່າຈະເອົາຫຍັງອອກດີ ເຊິ່ງຕ່າງກັບຄົນທີ່ຈັດລະບຽບວຽກໄດ້ເກັ່ງຄື ຈັດເອກະສານ ຫຼື ສິ່ງຂອງທີ່ບໍ່ຈຳເປັນອອກ ເພື່ອຕັດສິ່ງທີ່ບໍ່ຈຳເປັນ ຫຼື ບໍ່ຕ້ອງໃຊ້ແລ້ວອອກໄປ ເມື່ອເຮັດວຽກກໍຈະເຮັດໃຫ້ມີຄວາມຄ່ອງແຄ້ວ ແລະ ບໍ່ຕ້ອງພົບກັບບັນຫາປະເພດເຄື່ອງຂອງ ຫຼື ຊອງເອກະສານກອງເຕັມໂຕະຢູ່ຕະຫຼອດ.

  1. ຮູ້ຈັກເບິ່ງຕົນເອງໃນອະນາຄົດ

ນິດໄສອີກແບບໜຶ່ງສຳລັບຄົນທີ່ມີລະບຽບກໍຄື ການເບິ່ງເຫັນອະນາຄົດຂອງຕົນເອງ ຖ້າບໍ່ຍອມຈັດການສິ່ງທີ່ຢູ່ຕໍ່ໜ້າໃນມື້ນີ້ ແລ້ວມື້ຕໍ່ໄປກໍຈະເພີ່ມຂຶ້ນ ເມື່ອເຮົາເບິ່ງກັບຄືນກໍຈະມີຄວາມຫງຸດຫງິດເກີດຂຶ້ນ ສະນັ້ນ ເລື່ອງທຸກເລື່ອງຕ້ອງຈັດການໃຫ້ສຳເລັດພາຍໃນມື້ດຽວໃຫ້ໄດ້ ເພາະມັນຈະເຮັດໃຫ້ສະບາຍໃຈໃນອະນາຄົດ.

ແບ່ງປັນ