Breaking News

ອົກຫັກມັນບໍ່ຕາຍດອກ ເລີ່ມຕົ້ນໃໝ່ໃຫ້ສົດໃສດີກວ່າ

ແບ່ງປັນ

ເມື່ອໃດທີ່ເຮົາສາມາດ ອອກຈາກເຮືອນໄດ້ ໂດຍອາລົມເບີກບານມ່ວນຊືື່ນແລ້ວ ສະແດງວ່າເຮົາພ້ອມທີ່ຈະເລີ່ມຕົ້ນຊີວິດໃໝ່ດ້ວຍຕົນເອງ ແລະ ເພື່ອບໍ່ຢາກໃຫ້ຕົນເອງ ຍັງມີຄວາມອາໄລອາວອນຢາກກັບໄປຫາແຟນເກົ່າ ເຮົາກໍຕ້ອງມີຄວາມຕັ້ງໃຈເຮັດໃຫ້ລື່ມດ້ວຍການ ອອກຈາກເຮືອນໄປພົບກັບຄົນທີ່ນິດໄສດີ, ພົບປະຄົນແປກໜ້າ, ສ້າງຄວາມຮູ້ຈັກກັບກຸ່ມຄົນໂສດ ໃຫ້ອາການດີຂຶ້ນມາຈັກໜ່ອຍ, ເມື່ອຮູ້ສຶກວ່າດີຂຶ້ນແລ້ວ ກໍລອງຄົບຫາຄົນໃໝ່ລອງເບິ່ງ.

ແຕ່ຢ່າຄິດຊອກຫາຄົນມາຢາໃຈໃນລະຫວ່າງທີ່ກໍາລັງເຈັບຊໍ້າ ກັບຮັກທີ່ຫາກໍລົ້ມລະລາຍ ເພາະຊ່ວງນີ້ຄົນເຮົາຈະເບາະບາງຫຼາຍ ແລະ ມັກຈະຕັດສິນໃຈເຮັດສິ່ງທີ່ຜິດພາດ ເນື່ອງມາຈາກຄວາມຄຽດ ດັ່ງນັ້ນ ຄວນຮັກສາບາດແຜໃຈໃຫ້ຫາຍດີກ່ອນ ຈຶ່ງຈະເລີ່ມຕົ້ນໃໝ່ກັບຄົນອື່ນ ເພາະການຊອກຄົນອື່ນມາຢາໃຈຕົນເອງ ໃນຍາມເຈັບຢູ່ນີ້ ຜົນທີ່ອອກມາບໍ່ຄ່ອຍຈະດີປານໃດ.

ແບ່ງປັນ