Breaking News

ເດີນແບບ Hair fashion show ສະຫຼອງເປີດຮ້ານເສີມຄວາມງາມ

ແບ່ງປັນ

ຮ້ານເສີມຄວາມງາມ ຊາຍນິງ ສະຕາຣ ໂດຍ ສະວາສຄອບ ໂປເຟເຊີນໍ້ (Shining star beauty by Schwarzkopf Professional) ແມ່ນຮ້ານເສີມຄວາມງາມທີ່ທັນສະໄໝ ບໍລິການຄວາມງາມຄົບວົງຈອນ ໃສ່ໃຈເລື່ອງຜົມຈົນຮອດປາຍເລັບ ໂດຍທີມງານມືອາຊີບ ແລະ ຜະລິດຕະພັນທີ່ມີຄຸນນະພາບ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 25 ກັນຍາ 2016 ທີ່ ໂຮງແຮມ ລາວພລາຊາ ໂດຍທ່ານນາງ ແສງດວງດາວ ສີພະໄຊ ເຈົ້າຂອງຮ້ານ ໄດ້ນໍາສະເໜີ ຊາລອນ ແນວໃໝ່ທີ່ທັນສະໄໝ ເນລະມິດໃຫ້ງາມທຸກສ່ວນໃນຮ່າງກາຍຂອງ ທ່ານຍິງ ແລະ ທ່ານຊາຍ ພ້ອມໃຫ້ຄໍາປຶກສາແກ່ລູກຄ້າທຸກຄົນ.

_mg_0140

 

_mg_0354

ພ້ອມກັນນັ້ນ ທ່ານ ສິລະສັກ ໄຕຣທິບ ຜູ້ບໍລິຫານ Beauty care professiona ຈາກປະເທດໄທກໍໄດ້ມາຢັ້ງຢືນເຖິງຄຸນນະພາບດ້ວຍຜະລິດຕະພັນບໍາລຸງເສັ້ນຜົມ Schwarkopf professional. ນອກນັ້ນ, ຍັງມີບັນດາແຂກທີ່ຖືກເຊີນ, ດາຣານັກຮ້ອງ, ນັກສະແດງ, ນາງແບບ-ນາຍແບບ ຈາກວົງການບັນເທີງລາວ ແລະ ສື່ມ່ວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

_mg_0280

ພາຍໃນງານ ຍັງໄດ້ມີການສະແດງຮ້ອງເພງ ຈາກນັກຮ້ອງວົງນໍ້າເຕົ້າ, ການສະແດງເຕັ້ນ ຈາກທີມ Miss Deink ພ້ອມນີ້ “ຮາຍໄລ໌” ຂອງງານຍັງມີການເດີນແບບ Hair fashion show ທີ່ພ້ອມຈະປ່ຽນ ”ສະໄຕ໌” ສາວໆ ແລະ ໜຸ່ມໆໃຫ້ງາມ ແລະ ເຈົ້າຊູ້ ດ້ວຍການນໍາສະເໜີ ການເດີນແບບທີ່ໃຫ້ເຫັນເຖິງຊົງຜົມ ຈາກແຂກກິດຕິມະສັກ, ນໍາສະເໜີຊົງຜົມອອກງານຕ່າງໆ ແລະ ຊົງຜົມໃນຊຸດເຈົ້າສາວແບບສາກົນ ເຊິ່ງໄດ້ສ້າງຄວາມສົນໃຈເປັນພິເສດໃຫ້ແກ່ແຂກເຂົ້າຮ່ວມງານ.

_mg_0388

ແບ່ງປັນ