Breaking News

ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ!!!

ແບ່ງປັນ

ເຕັກນິກໃນການກິນອາຫານໃຫ້ສຸຂະພາບດີ

ຄຳວ່າ “ ອາຫານ ”ກັບ “ສຸຂະພາບ ”ເປັນສິ່ງທີ່ຄູ່ກັນບໍ່ວ່າໃຜໆກໍຢາກມີສຸຂະພາບທີ່ດີ ການກິນເພື່ອສຸຂະພາບຄືສິ່ງທີ່ຈຳເປັນທີ່ຈະຕ້ອງໃຫ້ຄວາມສົນໃຈ ເພາະການກິນບໍ່ແມ່ນການສະໜອງຄວາມຕ້ອງການຫຼືໃຫ້ອີ່ມທ້ອງເທົ່ານັ້ນຍັງຕ້ອງຄິດເຖິງຜົນທີ່ມີຕໍ່ສຸຂະພາບອີກດ້ວຍມື້ນີ້ ວາລະສານ ຂັວນໃຈ ກໍ່ມີເຄັດລັບໃນການກິນເພື່ອໃຫ້ໄດ້ສຸຂະພາບທີ່ດີມາຝາກ:

  • ກິນເຂົ້າເຊົ້າເປັນປະຈຳ ເພາະເຂົ້າໃນຕອນເຊົ້າສຳຄັນທີ່ສຸດ ແລະ ຄວນກິນໃຫ້ຄົບ 5 ໝູ່ໃນປະລິມານທີ່ເໝາະສົມ ເພາະນອກຈາກຈະຊ່ວຍເພິ່ມເຕີມພະລັງໃຫ້ຮ່າງກາຍ ແລະ ສະໝອງແລ້ວຍັງຊ່ວຍຫຼຸດລະດັບຄໍເລດເຕີຣໍ (cholesterol) ໃນເສັ້ນເລືອດຊ່ວຍໃຫ້ການເຜົາຜານພະລັງງານໄດ້ດີ.
  • ເລືອກອາຫານຈາກທຳມະຊາດເຊັ່ນ: ເຂົ້າກ່ອງ, ເຂົ້າບາເລຼ່, ຖົ່ວ, ສາລີເປັນຕົ້ນ ເຊິ່ງອາຫານເຫຼົ່ານີ້ມີຄຸນຄ່າທາງໂພຊະນາການສູງເປັນແຫຼ່ງລວມຂອງແຮ່ທາດ, ວິຕາມິນ, ໂປຣຕີນທີ່ບໍ່ມີຄໍເລດເຕີຣອນ (cholesterol) ແລະ ຄາໂບໄຮເດດ (Carbohydrate), ຊ່ວຍຫຼຸດຄວາມສ່ຽງພະຍາດຫົວໃຈ, ຫຼຸດຄໍເລດເຕີຣອນ (cholesterol) ແລະ ຄວາມດັນເລືອດໄດ້ ຫຼື ອາດເລືອກອາຫານທີ່ມີສ່ວນປະກອບຂອງພືດເປັນຕົ້ນ.
  • ກິນຜັກ, ໝາກໄມ້ ແລະ ອາຫານ ກິນເປັນປະຈຳເພື່ອເພິ່ມວິຕາມິນ, ເກືອແຮ່ ແລະ ສານອື່ນໆທີ່ຈຳເປັນຕໍ່ຮ່າງກາຍ, ຊ່ວຍຫຼຸດຄວາມສ່ຽງພະຍາດຫົວໃຈ, ຊ່ວຍຄໍເລດເຕີຣອນ(cholesterol) ແລະ ສານກໍ່ມະເຮັງບາງຊະນິດອອກຈາກຮ່າງກາຍເຮັດໃຫ້ຫຼຸດການສະສົມຂອງສານກໍ່ມະເຮັງບາງຊະນິດ ແລະ ມີກາກໃຍຊ່ວຍໃນການຂັບຖ່າຍ, ຊ່ວຍໃຫ້ຂະບວນການຕ່າງໆໃນຮ່າງກາຍດຳເນີນການໄດ້ຢ່າງປະສິດທິພາບ.
  • ກິນປາ, ໄຂ່ ແລະ ຊີ້ນທີ່ບໍ່ມີໄຂມັນ ອາຫານເຫຼົ່ານີ້ເປັນແຫຼ່ງໂປຣຕິນທີ່ດີ ຊ່ວຍເສີມສ້າງຮ່າງກາຍ ແລະ ສ້ອມແປງຈຸລັງທີ່ເສື່ອມສະລາຍໃນຜູ້ສູງອາຍຸເປັນສ່ວນປະກອບຂອງສານສ້າງພູມຕ້ານທານພະຍາດຕິດເຊື້ອ, ຊ່ວຍຫຼຸດຄວາມສ່ຽງຂອງພະຍາດຕຸ້ຍໄຂມັນໃນເສັ້ນເລືອດສູງເປັນຕົ້ນ.
  • ດື່ມເຄື່ອງດື່ມເພື່ອສຸຂະພາບແທນນ້ຳຫວານ, ນ້ຳອັດລົມ ຫຼື ເຄື່ອງດື່ມແອວກໍຮໍ ເຊິ່ງມີນ້ຳຕານສູງການດື່ມນ້ຳໝາກໄມ້, ນ້ຳຜັກກໍ່ເປັນທາງເລືອກທີ່ດີ ເພາະເຕັມໄປດ້ວຍຄຸນຄ່າທາງໂພຊະນາການມີທັງຄາໂບໄຮເດດ (Carbohydrate), ໂປຣຕິນ, ວິຕາມິນ ແລະ ແຮ່ທາດຫຼາຍກວ່າ 50 ຊະນິດເໝາະສົມກັບທຸກຄົນ.

 

 

ແບ່ງປັນ