Breaking News

ໜຸ່ມ​ໜ້າ​ຫວານ, ຫຸ້ນ perfect ທີ່​ສາວໆ​ຢາກ​ຮູ້ຈັກ

ແບ່ງປັນ

ສະຖາພອນ ສີລິພອນ (ຕູ່)  ອາຍຸ 25 ປີ ຈົບການສຶກສາທີ່ ສະຖາບັນທະນາຄານ ປີ 2015 ປັດຈຸບັນ ເປັນ Trainer ປະຈໍາຢູ່ ສູນອອກ ກຳລັງກາຍ (Fitness) ຣັດສະໝີ. ນອກນີ້, ໝຸ່ມຄົນນີ້ ຍັງມີວຽກງານການບັນເທີງທີ່ເຫັນຢູ່ຫຼາຍໆເວທີເດີນແບບຊື່ດັງຂອງລາວ ເປັນນາຍແບບ, ເດີນແບບ, ຖ່າຍແບບຂຶ້ນປົກວາລະສານຂອງລາວ. ແຕ່ກ່ອນ ຕູ່ ເຄີຍເປັນນັກກິລາເຕະບານຂອງທີມສະຖາບັນການທະນາຄານ (ຜູ້ຮັກ ສາປະຕູ) ໂດຍສ່ວນຕົວແມ່ນມັກຫຼິ້ນກິລາຕີບານ. ແຕ່ປັດຈຸບັນແມ່ນ ມີແຕ່ເຂົ້າ Gym fitness ຫຼິ້ນກິລາແອບກ້າມຢ່າງດຽວ.

ແຮງບັນດານໃຈອັນໃດທີ່ຢາກໃຫ້ ຕູ່ ເລີ່ມຟິດຫຸ່ນແບບນີ້ ?

ແຕ່ກີ້ແມ່ນມີຄົນທ້ວງຕົນເອງວ່າ ສູງແຕ່ຈ່ອຍໂພດ ຖ້າມີກ້າມ, ມີເນື້ອມີໜັງຕື່ມຈະເບິ່ງງາມດີກວ່ານີ້ ກໍເລີຍຄິດມີໃຈຢາກຟິດຫຸ່ນຕົນເອງຕັ້ງແຕ່ນັ້ນມາ ກໍເປັນເວລາຫຼາຍປີແລ້ວ.

ເທັກນິກໃນການຮັກສາຫຸ່ນຂອງຕູ່ແມ່ນຫຍັງ?

ແມ່ນໄດ້ສຶກສາຕາມ Google, youtube ແລະ ມີພໍ່ຕູ້ໜຶ່ງ (ຊື່ ເຟື້ອງ) ທີ່ເປັນນັກເພາະກາຍຄົນລາວທີ່ເຄີຍໄປອາໄສຢູ່ຕ່າງປະເທດທີ່ມີເທັກນິກທີ່ດີໆ ມາຄອຍແນະນຳ, ສອນວິທີອອກກຳລັງກາຍໃຫ້ ຕູ່ ແດ່. ສໍາລັບ ຕູ່ ແມ່ນໄດ້ເຂົ້າ Fitness ອາທິດລະ 6 ມື້ ເນື່ອງຈາກເຮັດວຽກປະຈຳແດ່, ນອກນີ້, ກໍມີການຄວບຄຸມອາຫານທີ່ມີນ້ຳມັນຫຼາຍ, ຂອງຈືນ, ຂົ້ວ ຫລື ທອດ ເປັນຕົ້ນ…

inside1

ມີຫຸ່ນທີ່ດີແບບນີ້ ເຮັດໃຫ້ຕົນເອງມີການປ່ຽນແປງຊີວິດແນວໃດແດ່ ?

ມີການປ່ຽນແປງຫຼາຍ ຕົນເອງເບິ່ງເປັນຕາໜ້າສົນໃຈຂອງໃຜຫຼາຍໆຄົນ ໂດຍສະເພາະສາວໆ 555 ຕ່າງຈາກແຕ່ກ່ອນບໍ່ມີໃຜຄ່ອຍສົນໃຈ, ໄປໃສມາໃສເຮັດໃຫ້ໝັ້ນໃຈໂຕເອງຫຼາຍຂຶ້ນ, ການນຸ່ງເຄື່ອງ ການແຕ່ງໂຕ ກໍຄືເບິ່ງງາມຂຶ້ນກວ່າແຕ່ກ່ອນຫຼາຍ ເຊິ່ງເຮັດໃຫ້ປ່ຽນແປງຊີວິດຫຼາຍກວ່າແຕ່ເກົ່າ.

ຕູ່ມີເທັກນິກພິເສດແນວໃດໃນການເປັນ Trainer ?

ປະສົບການທີ່ປະຕິບັດຜ່ານມາ, ເຄີຍສຶກສາ, ແນະນຳ ຖ່າຍທອດໃຫ້ລູກສິດຮູ້ ແລະ ຫຼິ້ນໃຫ້ຖືກວິທີ ບໍ່ຫັກໂຫມ ຈົນເກີນຄວາມສາມາດຕົນເອງເກີນໄປ  ຄ່ອຍໆເຮັດໄປມື້ລະໜ້ອຍຈົນລື້ງເຄີຍ ແລະ ແນະນຳເລື່ອງອາຫານການກິນ.

 

 

inside2

 

ສຸດທ້າຍຝາກຕິດຕາມຜົນງານຕ່າງໆ ກົດ Like ກົດ Share ແລະ Comment ຂອງ ສະຖາພອນ ສີລິພອນ (ຕູ່) ໄດ້ທາງ FB: Tou sathaphone ແລະ IG: Tou_SATHAPHONE

ໂດຍ:  ປູແປ້ງ ສຸມິດສາ

ແບ່ງປັນ