Breaking News

4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງ!!!

ແບ່ງປັນ

 

4 ທ່າຢືດຢຽດແກ້ເຈັບຫຼັງພາກສ່ວນລຸ່ມ ພະນັກງານ Office ນັ່ງດົນໆຕ້ອງລອງ

ໃຜທີ່ເປັນບ່າວສາວ Office ທີ່ນັ່ງດົນໆແລ້ວມີອາການເຈັບຫຼັງ ລອງນໍາເອົາເຄັດລັບນີ້ລອງໄປນໍາໃຊ້ ແລະ ວິທີກໍ່ງ່າຍໆດັ່ງນີ້:

  1. ທ່າຂົວໂຄ້ງ
  • ນອນຫງາຍ ຕັ້ງເຂົ່າທັງສອງຂ້າງຂຶ້ນ
  • ມືທັງສອງວາງຂ້າງລໍາຕົວ
  • ຍົກຕົວໃຫ້ກົ້ນລອຍພົ້ນພື້ນ ເກັງທ່າຄ້າງໄວ້ ນັບ 1-10 ແລ້ວຄ່ອຍໆກັບສູ່ທ່າເກົ່າ
  • ເຮັດຊໍ້າປະມານ 2-3 ເທື່ອ

16

 

  1. ທ່າຢືນກົ້ມຕົວ
  • ຢືນຊື່ ຕີນແປະກັນ ປາຍຕີນຂະໜານກັບບ່າໄຫຼ່
  • ຄ່ອຍໆກົ້ມຕົວໄປດ້ານໜ້າ, ເຂົ່າເຄັ່ງ ແລ້ວຢຽດແຂນໄປແຕະປາຍຕີນ ( ຫາກແຕະບໍ່ເຖິງໃຫ້ກົ້ມຫຼາຍສຸດເທົ່າທີ່ຈະເຮັດໄດ້ )
  • ຄ້າງທ່າໄວ້ 10 ວິນາທີ ຈາກນັ້ນກັບສູ່ທ່າຢືນປົກກະຕິ
  • ເຮັດຊໍ້າອີກປະມານ 5-10 ເທື່ອ

 

17

 

  1. ທ່ານັ່ງພື້ນ ກົ້ມຕົວ
  • ນັ່ງຫຼັງຊື່ ອ້າຂາອອກເປັນວົງແຫວນໃຫ້ພື້ນຕີນເຂົ້າຫາກັນ
  • ກົ້ມຕົວໄປດ້ານໜ້າ ໃຫ້ຫົວກົ້ມລົງຕິດພື້ນຫຼາຍທີ່ສຸດ ແຂນຢຽດຊື່ໄປດ້ານໜ້າ
  • ຄ້າງທ່ານີ້ໄວ້ 10 ວິນາທີ ເຮັດຊໍ້າ 5-10 ຄັ້ງ

 

18

  1. ທ່ານອນກອດເຂົ່າ
  • ນອນຫງາຍ, ຕັ້ງເຂົ່າຂຶ້ນ, ງໍສະໂພກ
  • ເອົາມືມາກອດເຂົ່າແລ້ວພະຍາຍາມຍົກເຂົ່າຂຶ້ນມາໃຫ້ແປະໜ້າເອິກຫຼາຍທີ່ສຸດ
  • ຢືດຄ້າງໄວ້ 10 ວິນາທີ ເຮັດຊໍ້າ 5-10 ເທື່ອ

 

19

 

 

 

ແບ່ງປັນ