Breaking News

Clip

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ…

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ… ເພື່ອຕໍ່ຕ້ານ ແລະ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ທັງເປັນການຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງໂລກທີ່ໃຫ້ຈະມາຮອດນີ້ ທາງອົງການແຄຣ໌ ປະຈໍາລາວ ຈຶ່ງໄດ້ສ້າງຮູບເງົາສັ້ນສະທ້ອນສັງຄົມ ເພື່ອໃຫ້ສັງຄົມຄິດເຖິງເລື່ອງລາວບວກກ່ຽວກັບບົດບາດຍິງ-ຊາຍ ທີ່ເກີດຂຶ້ນໃນແຕ່ລະຊູມຊົນ ພ້ອມທັງເຊີນຊວນໃຫ້ທຸກຄົນຮ່ວມແລກປ່ຽນປະສົບການ ການປ່ຽນແປງໃໝ່ໃນຊູມຊົນຂອງຕົນເອງ ເຊິ່ງກໍມີຫຼາຍໆຄົນເຂົ້າຮ່ວມກິດຈະກໍາຍຸຕິການໃຊ້ຄວາມຮຸນແຮງດັ່ງກ່າວ. ສໍາລັບຮູບເງົາສັ້ນ ເລື່ອງ “ໄດ້ມາເພາະກ້າປ່ຽນ” ແມ່ນມີເນື້ອໃນທີ່ໜ້າສົນໃຈຫຼາຍ ແລະ ຢາກໃຫ້ທຸກຄົນໄດ້ເບິ່ງນໍາກັນ  ມີເນື້ອໃນສື່ເຖິງ ມີເປົ້າໝາຍສື່ເຖິງ ສາຍສໍາພັນຄອບຄົວທີ່ດີ ແລະ ຄວາມສະເໝີພາບຍິງຊາຍ ສະແດງເຖິງ ບັນທັດຖານທາງສັງຄົມ ທີ່ມີໃນ ສປປ ລາວ ແລະ ທົ່ວໂລກ ທີ່ຮ່ວມກັນສ້າງຂື້ນໂດຍ ອົງການແຄຣ໌ ແລະ ສູນກາງສະຫະພັນແມ່ຍິງລາວ. ນອກນັ້ນ ຮູບເງົາດັ່ງກ່າວຍັງເລົ່າເຖິງເລື່ອງລາວການຕໍ່ສູ້ ກັບບັນທັດຖານທາງສັງຄົມດັ່ງກ່າວຂອງຄອບຄົວໜື່ງ ເຊິ່ງຮູບເງົາແຕ່ລະຕອນແມ່ນ ກວມເອົາເລື່ອງລາວ ກ່ຽວກັບ …

Read More »

“ແລ້ວແຕ່” ເພງໃໝ່ຫຼ້າສຸດຈາກສິລະປິນລາວ ວົງ ແບັກອາຍ (Black Eyes)

Hello ໄວລຸ້ນລາວ… ຊ່ວງນີ້ວົງການບັນເທີງບ້ານເຮົາຄຶກຄື້ນ ຄຶກຄັກ ຫຼ້າສຸດຈາກວົງ ແບັກອາຍ (Black Eyes) ກໍໄດ້ປ່ອຍເພງໃໝ່ໃນຮູບເເບບ Lyric Videos ອອກມາໃຫ້ຟັງແບບສົດໆຮ້ອນກັບບົດເພງທີ່ມີຊື່ແນວໆວ່າ “ແລ້ວແຕ່” ມ່ວນຫຼາຍ ຟັງແລ້ວຮູ້ສຶກກິນໃຈ ອິນສຸດໆ, ຢ່າງໃດຄົນລາວເຮົາກໍຢ່າລືມສະໜັບສະໜູນເພງລາວມ່ວນໆ ດີໆແບບນີ້ກັນແດ່ເດີ້. ຂໍຂອບໃຈຄລິບຈາກ Indee Laos

Read More »

ຊົມຄຣິບ…ຊ່ວງເຮືອເດືອນເກົ້າທີ່ ນະຄອນຫລວງພຣະບາງ ຄູ່ຊິງຊະນະເລີດ

ຊົມຄຣິບ…ຊ່ວງເຮືອເດືອນເກົ້າທີ່ ນະຄອນຫລວງພຣະບາງ ຄູ່ຊິງຊະນະເລີດ ລະຫວ່າງເຮືອບ້ານດອນແຊ້ມ ຊ່ວງກັບເຮືອພັນທະມິດ (ໄຊຍະບູລີ) .ໃນວັນທີ່ 09/09/2018, ເຊິ່ງເຮືອທີ່ຊະນະຄືເຮືອຊ່ວງບ້ານດອນແຊ້ມ. (ຂໍສະແດງຄວາມຍິນດີ) ຄຣິບ…ຊ່ວງເນືອເດືອນເກົ້າ ທີ ນະຄອນຫລວງພຣະບາງ ຄູ່ຊິງຊະນະເລີດ ລະຫວ່າງເຮືອບ້ານດອນແຊ້ມ ຊ່ວງກັບເຮືອພັນທະມິດ (ໄຊຍະບູລີ) .ໃນວັນທີ່ 09/09/2018 ຊະນະຄືເຮືອຊ່ວງບ້ານດອນແຊ້ມ. Posted by ນະຄອນຫລວງພຣະບາງ Luangprabang City on Sunday, September 9, 2018 ທີ່ມາ: ນະຄອນຫລວງພຣະບາງ Luangprabang City

Read More »

ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ 

ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) ເມືອງລອງງງ??? ?ໂຫດແທ້ โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh

Read More »

ອັບເດດຫຼ້າສຸດນ້ອງໆທີມເຕະບານ ໝູປ່າ-ອາຄາເດມີ່ (ມີຄລິບ)

ອັບເດດຫຼ້າສຸດຈາກເພສເຟສບຸກ Thai NavySEAL ທີ່ໄດ້ປ່ອຍຄລິບ ນ້ອງໆ ທີມຮັກເຕະບານ ໝູປ່າ-ອາຄາເດມີ່  ຫຼັງຈາກທີ່ນ້ອງໆໄດ້ກິນອາຫານເພິ່ມພະລັງທີ່ໜ່ວຍຊີວດຳນໍ້ານຳເຂົ້າໄປ ແລະ ແພດທະຫານທີ່ຜ່ານການເຝິກໃນຫຼັກສູດນັກທຳລາຍໃຕ້ນໍ້າຈູ່ໂຈມໄດ້ກວດຮ່າງກາຍທີມໝູ່ປ່າທຸກຄົນແລ້ວ ແລະ ນ້ອງໆຍັງສົ່ງສຽງທັກທາຍສະບາຍດີຜູ້ຄົນທີ່ລໍຄອຍການອອກມາຂອງພວກເຂົາອີກດ້ວຍ (ຄລິບນີ້ຖືກບັນທຶກໃນວັນທີ 3 ກໍລະກົດ 2018) หลังได้ทานอาหารเพิ่มพลังงานที่หน่วยซีลดำน้ำนำเข้าไป และแพทย์ทหารที่ผ่านการฝึกในหลักสูตรนักทำลายใต้น้ำจู่โจมตรวจร่างกายทีมหมูป่าทุกคนแล้ว น้องๆส่งเสียงทักทายผู้คนที่รอคอยอยู่นอกถ้ำฝากมาครับ(บันทึกภาพ 03/07/18)#ทีมหมูป่าทีมSEAL#ThainavySEAL โพสต์โดย Thai NavySEAL เมื่อ วันอังคารที่ 3 กรกฎาคม 2018   ພໍແຕ່ປ່ອຍຄລິບນີ້ອອກໄປເຮັດໃຫ້ຄົນແຫ່ເຂົ້າມາໃຫ້ກຳລັງໃຈ ຢາກໃຫ້ນ້ອງໆແຂງແຮງໄວໆ ແລະ ອອກມາຈາກຖໍ້າໃຫ້ປອດໄພກັນໝົດທຸກຄົນ. ຄລິບຈາກ: Thai NavySEAL

Read More »