Breaking News

ຄິບຍອດຮິດ

ຮ້າຍແຮງ! ຂົວ ແລະ ເຮືອນຈົມຫາຍໄປຕໍ່ໜ້າຕໍ່ຕາປະຊາຊົນ ແຂວງ ຫຼວງນໍ້າທາ 

ໃນວັນທີ 30 ກໍລະກົດ 2018 ທີ່ຜ່ານມາໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ລາຍງານຂ່າວສານ ທີ່ ເມືອງ ລອງ ແຂວງ ຫຼວງນໍ້າທາ ວ່າໄດ້ມີນໍ້າພັດແຮງເຮັດໃຫ້ບ້ານເຮືອນພໍ່ແມ່ປະຊາຊົນ ແລະ ຂົວຂ້າມນໍ້າໄຫຼຫາຍໄປຕໍ່ໜ້າຕໍ່ຕາ. (ມີຄລິບ) ເມືອງລອງງງ??? ?ໂຫດແທ້ โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 โพสต์โดย Tatar Phonesavanh เมื่อ วันจันทร์ที่ 30 กรกฎาคม 2018 ສຳລັບໂພສດັ່ງກ່າວເຮັດໃຫ້ມີຄົນເຂົ້າໄປກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍ, ຢ່າງໃດກໍ່ລະມັດລະວັງກັນແດ່ເດີ້ພໍ່ແມ່ພີ່ນ້ອງ ເຫັນແລ້ວເປັນຕາຢ້ານຫຼາຍ!!! ຄລິບຈາກ: Tatar Phonesavanh

Read More »

ອັບເດດຫຼ້າສຸດນ້ອງໆທີມເຕະບານ ໝູປ່າ-ອາຄາເດມີ່ (ມີຄລິບ)

ອັບເດດຫຼ້າສຸດຈາກເພສເຟສບຸກ Thai NavySEAL ທີ່ໄດ້ປ່ອຍຄລິບ ນ້ອງໆ ທີມຮັກເຕະບານ ໝູປ່າ-ອາຄາເດມີ່  ຫຼັງຈາກທີ່ນ້ອງໆໄດ້ກິນອາຫານເພິ່ມພະລັງທີ່ໜ່ວຍຊີວດຳນໍ້ານຳເຂົ້າໄປ ແລະ ແພດທະຫານທີ່ຜ່ານການເຝິກໃນຫຼັກສູດນັກທຳລາຍໃຕ້ນໍ້າຈູ່ໂຈມໄດ້ກວດຮ່າງກາຍທີມໝູ່ປ່າທຸກຄົນແລ້ວ ແລະ ນ້ອງໆຍັງສົ່ງສຽງທັກທາຍສະບາຍດີຜູ້ຄົນທີ່ລໍຄອຍການອອກມາຂອງພວກເຂົາອີກດ້ວຍ (ຄລິບນີ້ຖືກບັນທຶກໃນວັນທີ 3 ກໍລະກົດ 2018) หลังได้ทานอาหารเพิ่มพลังงานที่หน่วยซีลดำน้ำนำเข้าไป และแพทย์ทหารที่ผ่านการฝึกในหลักสูตรนักทำลายใต้น้ำจู่โจมตรวจร่างกายทีมหมูป่าทุกคนแล้ว น้องๆส่งเสียงทักทายผู้คนที่รอคอยอยู่นอกถ้ำฝากมาครับ(บันทึกภาพ 03/07/18)#ทีมหมูป่าทีมSEAL#ThainavySEAL โพสต์โดย Thai NavySEAL เมื่อ วันอังคารที่ 3 กรกฎาคม 2018   ພໍແຕ່ປ່ອຍຄລິບນີ້ອອກໄປເຮັດໃຫ້ຄົນແຫ່ເຂົ້າມາໃຫ້ກຳລັງໃຈ ຢາກໃຫ້ນ້ອງໆແຂງແຮງໄວໆ ແລະ ອອກມາຈາກຖໍ້າໃຫ້ປອດໄພກັນໝົດທຸກຄົນ. ຄລິບຈາກ: Thai NavySEAL

Read More »

ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ

ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) Khom Sokkhaythitさんの投稿 2018年1月29日(月) cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976

Read More »

ເອົາແລ້ວ!!! ພິກລ໋ອກ…ເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ແລະ ອ໋ອບ (ມີຄລິບ)

ເອົາແລ້ວ!!! ພິກລ໋ອກ…ມາເບິ່ງວ່າເກີດຫຍັງຂຶ້ນລະຫວ່າງ ນູ່ນີ່ ກຸມພົນພັກດີ ແລະ ອ໋ອບ ລາຍພາງ ເມື່ອນູ່ນີ່ຈັບໄດ້ວ່າອ໋ອບເບິ່ງສາວອື່ນຕໍ່ໜ້າຕໍ່ຕາ ຈົນເຮັດໃຫ້ສາວນູ່ນີ່ເກີດອາການບໍ່ພໍໃຈ, ເຊິ່ງຄລິບດັ່ງກ່າວໄດ້ຖືກເຜີຍແຜ່ຈາກລາຍການ Take me out Raelity ເຊິ່ງໄດ້ອອກອາກາດໄປໃນວັນອາທິດທີ່ຜ່ານມາ, ແຕ່ປັດຈຸບັນທັງສອງກໍໄດ້ປັບຄວາມເຂົ້າໃຈກັນແລ້ວ (ໂອ້ຍ…ໄຄແດ່) ວ່າບໍ່ແຟນໆ…!!! ຄລິບຈາກ: TV Thunder Official

Read More »

ເບິ່ງໄປຍິ້ມໄປ!!! “ມີແຟນຍັງ” version ມິດຕະພາບ ລາວ-ໄທ

ເບິ່ງໄປຍິ້ມໄປ!!!  “ມີແຟນຍັງ” version ມິດຕະພາບ ລາວ-ໄທ ຮ້ອງໂດຍ ນົກ  & ລ້ອດເຕ່ , ຫວັງວ່າສຽງເພງນີ້ຈະເປັນຄືກັບສະພານທີ່ເຊື່ອມຕໍ່ພາຫົວໃຈໃຫ້ສະນິດກັນລະຫວ່າງ ປະເທດ ລາວ ແລະ ປະເທດ ໄທ.   ຂໍຂອບໃຈ: Brick House

Read More »