Breaking News

ເບິ່ງດວງລາຍປີ

ຢາກຮູ້ອະນາຄົດບໍ່? ແບບທົດສອບຈາກຍີ່ປຸ່ນ ໃນອະນາຄົດເຈົ້າຈະກາຍເປັນຄົນເຖົ້າແບບໃດ?

ເປັນເລື່ອງປົກກະຕິທີ່ຄົນເຮົາທຸກຄົນຈະຕ້ອງແກ່ໂຕລົງ ເຮົາອາດຈະຍັງບໍ່ທັນຈິນຕະນາການຕອນໂຕເອງເຖົ້າບໍ່ອອກ ຖ້າເປັນຈັ່ງຊັ້ນມາລອງເຮັດແບບທົດສອບຈາກຍີ່ປຸ່ນນໍາກັນ ວ່າໃນອະນາຄົດເຮົາຈະມີທ່າອ່ຽງກາຍເປັນຄົນເຖົ້າແບບໃດ? ຫາກເວົ້າເຖິງຄໍາວ່າເຖົ້າເຈົ້າຈະຄິດເຫັນສີຫຍັງ? A ສີຊາ (ສີນໍ້າຕານເຂັ້ມ) B ສີເທົາ C ສີເງິນ D ສີມ້ວງອົມແດງ ສີເຫຼົ່ານີ້ຄືສີທີ່ມັກໃຊ້ກັັບຜະລິດຕະພັນຂອງຜູ້ສູງອາຍຸ ແຕ່ລະສີມີຄວາມໝາຍທີ່ແຕກຕ່າງກັນ ສີທີ່ເຈົ້າເລືອກຈະບົ່ງບອກວ່າເຈົ້າຈະມີລັກສະນະແນວໃດເມື່ອແກ່ໂຕລົງ A ສີຊາ (ສີນໍ້າຕານເຂັ້ມ)…ຄົນເຖົ້າທີ່ດູດີມີພູມຖານ  ສີນໍ້ຕານເຊິ່ງເປັນສີຂອງຕົ້ນໄມ້ ແລະ ພື້ນດິນ ຫາກເຈົ້າເລືອກຂໍ້ນີ້ເຈົ້າໜ້າຈະກາຍເປັນຄົນທີ່ມີພູມຖານ ໃຫ້ຄວາມຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈ ດ້ວຍທັດສະນະຄະຕິໃນການດໍາລົງຊີວິດຢ່າງໝັ້ນຄົງ, ໄດ້ຮັບຄວາມໄວ້ວາງໃຈຈາກຄົນຮອບຂ້າງ ເຈົ້າຈະຊ່ວຍໃຫ້ຜູ້ຄົນສະບາຍໃຈ ແລະ ເປັນທີ່ເພີ່ງພາໄດ້ຄືກັນກັບຕົ້ນໄມ້ໃຫຍ່ທີ່ມີຮາກໜາແໜ້ນຢູ່ໃນພື້ນດິນ B ສີເທົາ… ຄົນເຖົ້າແບບເກົ໋າໆ ສີເຖົ່າເປັນສີຂອງທ້ອງຟ້າທີ່ຝົນໃກ້ຈະຕົກ ຫາກເຈົ້າເລືອກຂໍ້ນີ້ສະແດງວ່າເຈົ້າເປັນຄົນທີ່ມີດວງຕາເບິ່ງແຕ່ຄວາມເປັນຈິງ ເຈົ້າຄົງບໍ່ຝັນເຖິງຫຍັງທີ່ເປັນໄປບໍ່ໄດ້  ເຈົ້າຈະກາຍເປັນຄົນເຖົ້າທີ່ເກັ່ງແບບຄຣາສສິກ ຫາກທຽບກັບສິ່ງຂອງເຖິງແມ່ນຈະເປັນຂອງເກົ່າແກ່ແຕ່ມີຄຸນຄ່າ ແລະ ມີຄວາມໝາຍ ເປັນໄວສະລາທີ່ແສນສະຫງົບສຸກ C ສີເງິນ… ຄົນເຖົ້າທີ່ເກ໋ ແລະ ທັນສະໄໝ ສີເງິນໃຫ້ຄວາມແວວວາວສວຍງາມ ຫາກເລືອກຄໍາຕອບນີ້ສະແດງວ່າເຈົ້າສາມາດປະສົມປະສານຄວາມແຟນຕາຊີເຂົ້າກັບຄວາມເປັນຈິງໄດ້ດີ …

Read More »

ດວງປະຈຳວັນ ພະຫັດ ວັນທີ 26 ເມສາ 2018.

ວັນອາທິດ ດ້ານວຽກງານໃນມື້ນີ້ຕ້ອງເຂັ້ມແຂງ ເພາະຈະມີເລື່ອງເຂົ້າມາແບບບໍ່ຈົບບໍ່ສິ້ນ, ດ້ານການເງິນຊ່ວງນີ້ມີລາຍຈ່າຍຫຼາຍ ແຕ່ລາຍໄດ້ໜ້ອຍ, ດ້ານຄວາມຮັກຈະແອບຮັກຄົນມີເຈົ້າຂອງ ປວດໃຈໄປຕາມໆກັນ. ວັນຈັນ ດ້ານວຽກງານດີ ມີຄົນລໍຖ້າອຸປະຖໍາ ກຽມຍື່ນມືເຂົ້າມາຊ່ວຍເມື່ອມີບັນຫາ, ດ້ານການເງິນມີລາຍໄດ້ທີ່ໜ້າພໍໃຈເຂົ້າມາເລື້ອຍໆ , ດ້ານຄວາມຮັກຍັງບໍ່ສົມຫວັງໃນຊ່ວງນີ້. ວັນອັງຄານ ດ້ານວຽກງານໃນມື້ນີ້ລະວັງຈະມີຄົນຫາເລື່ອງມາໃສ່ ແລະ ເວົ້າຕິສິນນິນທາໃນທາງເສຍຫາຍ, ດ້ານການເງິນຢູ່ໃນເກນທີ່ດີ ມີເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງໂສດລອຍໄປລອຍມາ ບໍ່ສົມຫວັງ. ວັນພຸດ ດ້ານວຽກງານຢູ່ໃນເກນດີ ລາຍລື່ນບໍ່ມີອຸປະສັກ, ດ້ານການເງິນດີ ບໍ່ມີຝືດເຄືອງ ແຕ່ກໍ່ຍັງມີລາຍຈ່າຍເຂົ້າມາຫຼາຍ, ດ້ານຄວາມຮັກດີ ເຂົ້າໃຈກັນເປັນພິເສດ. ວັນພະຫັດ ດ້ານວຽກງານໃນມື້ນີ້ບໍ່ສະບາຍໃຈ ເພາະມີຄົນແອບອ້າງເອົາຜົນງາຍໄປແອບອ້າງ, ດ້ານການເງິນຢູ່ໃນເກນທີ່ເຮັດວຽກຫຼາຍ ແຕ່ມີລາຍໄດ້ບໍ່ຄືບໜ້າ ແອບນ້ອຍໃຈແດ່, ດ້ານຄວາມຮັກຍັງຄົງວຸ້ນວາຍໃຈ ຄິດຫຼາຍ. ວັນສຸກ ດ້ານວຽກງານຈະດີຖ້າບໍ່ອາລົມຮ້ອນເກີນໄປ ແລະ ຄວນຫຼຸດອັກຄະຕິບໍ່ດີ ແລະ ເຫັນແກ່ສ່ວນລວມຫຼາຍຂຶ້ນ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງເທົ່າເກົ່າ, ດ້ານຄວາມຮັກຍັງຄິດເອງ ລະເມີໄປຄົນດຽວ. ວັນເສົາ ດ້ານວຽກງານຄວນມີສະຕິ ໃນການແກ້ໄຂບັນຫາໃຫ້ດີ …

Read More »

ດວງເນື້ອຄູ່ຂອງສາວ 12 ປີເກີດ!!

ດວງເນື້ອຄູ່ຂອງສາວ 12 ປີເກີດ ແລະ ນິໃສທີ່ແທ້ຈິງຈະມີແນວໃດ? ມື້ນີ້ ວາລະສານ ຂວັນໃຈ ເຮົາກໍບໍ່ພາດທີ່ຈະໄປຊອກຫາເພື່ອມານຳສະເໜີເພື່ອນໆທຸກຄົນ ຈະມີຫຍັງແດ່ນັ້ນມາເບິ່ງກັນເລີຍ…   1.  ສາວປີຊວດ   ສາວປີນີ້ນອກຈາກຈະມີຄວາມສະຫຼາດມີໄຫວພິບແລ້ວ ຍັງມີຄວາມສາມາດເຂົ້າກັບຄົນທົ່ວໄປໄດ້ເປັນຢ່າງດີ ເຮັດນີ້ເຮັດນັ້ນຢ່າງບໍຫຍຸດບໍ່ເຊົາ ແຕ່ອອກຈະເປັນຄົນຂີ້ສົງໄສບໍ່ໜ້ອຍເລີຍ ບໍ່ແມ່ນຄົນທີ່ຈະໄວ້ໃຈໃຜງ່າຍໆ ສາວປີນີ້ລ້ວງຄວາມລັບຈາກທ່ານໄດ້ເກັ່ງຫຼາຍ ແລະ ເປັນພັນລະຍາທີ່ຍາກທີ່ຈະຕົວະໄດ້ ດວງເນຶ້ອຄູ່ໜຸ່ມທັງຫຼາຍທີ່ມີຄວາມລັບ ຖ້າຄິດຈະຄົບສາວຄົນນີ້ຕ້ອງລະວັງໄວ້ແນ່ແຕ່ຖ້າທ່ານເປັນຄົນພິເສດຂອງນາງ ເມື່ອໃດກໍຕາມທ່ານຈະໄດ້ຮັບການເບິ່ງແຍງທີ່ດີທີ່ສຸດ ນາງເປັນຄົນທີ່ມີການເກັບອອມຢ່າງດີ ແຕ່ໃນເວລາທີ່ໃຊ້ຈ່າຍກໍມັກຈະໃຊ້ໃນທັນທີເຊັ່ນດຽວກັນ.  2. ສາວປີສະຫຼູ ເປັນຄົນເຈົ້າລະບຽບ ແລະ ສະອາດຮຽບຮ້ອຍ ແຕ່ຄ່ອນຂ້າງຈະດື້ພໍສົມຄວນ ແຕ່ເປັນຄົນທີ່ມີຄວາມຊື່ສັດ ແລະ ອົດທົນດີບໍ່ວ່າຈະເຮັດຫຍັງກໍຕາມຕ້ອງເຮັດໃຫ້ສຳເລັດບໍ່ຖອຍ ດ້ວຍນິໄສນີ້ເອງຈຶ່ງເຮັດໃຫ້ຊີວິດມັກຈະປະສົບຄວາມສຳເລັດດ້ວຍຕົວເອງໂດຍບໍ່ຕ້ອງເພິ່ງພາອາໄສໃຜເລີຍ ແລະ ບໍ່ມັກໃຫ້ໃຜມາຍື່ນຄວາມສຳເລັດໃຫ້ອີກ ສາວປີນີ້ຈະເກັບອາການໄດ້ເກັ່ງເຮັດໃຫ້ເຂົ້າໃຈນາງໄດ້ຍາກ ແຕ່ນາງຈະເປັນຜູ້ຟັງ ແລະ ແນະນຳແກ້ໄຂບັນຫາໄດ້ດີ. 3. ສາວປີຂານ ຜູ້ຍິງປີນີ້ມີຄວາມຈິງໃຈ ແລະ ທ່ານສາມາດແນ່ໃຈໄດ້ວ່າຖ້າທ່ານຄົບກັບນາງແລ້ວທ່ານຈະໄດ້ໝູ່ແທ້ທີ່ບໍ່ຖີ້ມກັນ ແລະ ເປັນຄົນທີ່ມີຄວາມຮູ້ສຶກໄວ ແລະ ໃຈນ້ອຍ …

Read More »