Breaking News

ເບິ່ງດວງລາຍເດືອນ

ຫາກເວົ້າເຖິງ “ນໍ້າ” ພາບທໍາອິດທີ່ຄິດເຫັນຄື…?

ແບບທົດສອບຈາກຍີ່ປຸ່ນ ຫາກເວົ້າເຖິງນໍ້າ ສິ່ງທີ່ເຈົ້າຄິດເຫັນຄື…? ທຸກຄົນມີຄວາມສາມາດ ແຕ່ການສະແດງຄວາມສາມາດທີ່ແທ້ຈິງອອກມາຂອງທຸກຄົນບໍ່ຄືກັນບາງຄົນຕ້ອງຕົກຢູ່ໃນວິກິດຈຶ່ງສະແດງງອອກມາໄດ້ ແຕ່ບາງຄົນຕ້ອງຢູ່ໃນຈຸດທີ່ມີແຮງມີກໍາລັງໃຈຢ່າງເຕັມທີ່ ແລ້ວໝູ່ເພື່ອນຢາກຮູ້ບບໍ່ວ່າໂຕຂອງໝູ່ເພື່ອນເອງຈະສະແດງຄວາມສາມາດທີ່ແທ້ຈິງອອກມາໄດ້ໃນຊ່ວງເວລາແບບໃດ ລອງໄປເຮັດແບບທົດສອບພ້ອມກັນເລີຍ!!! ຫາກເວົ້າເຖິງ “ນໍ້າ” ພາບທໍາອິດທີ່ຄິດເຫັນຄື…? A: ນໍ້າໃນຈອກ B: ນໍ້າໃນທະເລສາບ C: ນໍ້າໃນແມ່ນໍ້າ D: ນໍ້າໃນທະເລ ບໍ່ວ່າຈະເປັນໃນຮູບແບບໃດສິ່ງທີ່ເຈົ້າຄິດເຫັນເປັນຢ່າງທໍາອິດ ຈະສື່ເຖິງຊ່ວງເວລາທີ່ເຈົ້າຈະສະແດງຄວາມສາມາດທີ່ແທ້ຈິງອອກມາ   A: ນໍ້າໃນຈອກ…ຕອນທີ່ມີຂໍ້ຈໍາກັດຢ່າງເຂັ້ມງວດ ຄົນທີ່ຄິດເຫັນນໍ້າໃນຈອກ ຈະສະແດງຄວາມສາມາດອອກມາໃນຕອນທີ່ມີຂໍ້ຈໍາກັດ ຫຼືກົດເກນທີ່ເຂັ້ມງວດ ເຊັ່ນ ຂໍ້ຈໍາກັດເລື່ອງເວລາ, ງົບປະມານ ຫຼືຂໍ້ຈໍາກັດຈາກປັດໄຈຕ່າງໆ ທີ່ເຮັດໃຫ້ເຈົ້າບໍ່ສາມາດເຮັດສິ່ງນັ້ນໄດ້ຢ່າງອິດສະຫຼະ ເຊິ່ງການມີກົດຂໍ້ບັງຄັບເຫຼົ່ານີ້ ຈະເຮັດໃຫ້ເຈົ້າສະແດງຄວາມສາມາດ ແລະ ໄດ້ຜົນດີຢ່າງບໍ່ໜ້າເຊື່ອ ຊະນິດທີ່ວ່າເດດລາຍມາປັນຍາເກີດ!!! B: ນໍ້າໃນທະເລສາບ…ຕອນທີ່ມີສະມາທິ ຄົນທີ່ຄິດເຫັນນໍ້າໃນທະເລສາບແສນສະຫງົບ ຈະສະແດງຄວາມສາມາດທີ່ແທ້ຈິງອອກມາໃນຕອນທີ່ກໍາລັງມີສະມາທິ ເຊິ່ງປົກກະຕິແລ້ວເຈົ້າອາດຈະບໍ່ມີໂມເມັ້ນແບບນີ້ພໍເທົ່າໃດ ແຕ່ຫາກມີສະມາທິ ແລະ ໄດ້ຈົດຈໍ່ກັບສິ່ງນັ້ນແລ້ວ ເຈົ້າຈະບໍ່ຄິດເຫັນສິ່ງທີ່ບໍ່ຈໍາເປັນ,​ ບໍ່ໄດ້ຍິນສຽງຮອບຂ້າງ ແລະ ເບິ່ງແຕ່ພຽງເປົ້າໝາຍເທົ່ານັ້ນ ຍິ່ງມີສະມາທິຫຼາຍເທົ່າໃດເຈົ້າຍິ່ງຈະສະແດງຄວາມສາມາດອອກມາຫຼາຍເທົ່ານັ້ນ C: …

Read More »

ຢາກຮູ້ອະນາຄົດບໍ່? ແບບທົດສອບຈາກຍີ່ປຸ່ນ ໃນອະນາຄົດເຈົ້າຈະກາຍເປັນຄົນເຖົ້າແບບໃດ?

ເປັນເລື່ອງປົກກະຕິທີ່ຄົນເຮົາທຸກຄົນຈະຕ້ອງແກ່ໂຕລົງ ເຮົາອາດຈະຍັງບໍ່ທັນຈິນຕະນາການຕອນໂຕເອງເຖົ້າບໍ່ອອກ ຖ້າເປັນຈັ່ງຊັ້ນມາລອງເຮັດແບບທົດສອບຈາກຍີ່ປຸ່ນນໍາກັນ ວ່າໃນອະນາຄົດເຮົາຈະມີທ່າອ່ຽງກາຍເປັນຄົນເຖົ້າແບບໃດ? ຫາກເວົ້າເຖິງຄໍາວ່າເຖົ້າເຈົ້າຈະຄິດເຫັນສີຫຍັງ? A ສີຊາ (ສີນໍ້າຕານເຂັ້ມ) B ສີເທົາ C ສີເງິນ D ສີມ້ວງອົມແດງ ສີເຫຼົ່ານີ້ຄືສີທີ່ມັກໃຊ້ກັັບຜະລິດຕະພັນຂອງຜູ້ສູງອາຍຸ ແຕ່ລະສີມີຄວາມໝາຍທີ່ແຕກຕ່າງກັນ ສີທີ່ເຈົ້າເລືອກຈະບົ່ງບອກວ່າເຈົ້າຈະມີລັກສະນະແນວໃດເມື່ອແກ່ໂຕລົງ A ສີຊາ (ສີນໍ້າຕານເຂັ້ມ)…ຄົນເຖົ້າທີ່ດູດີມີພູມຖານ  ສີນໍ້ຕານເຊິ່ງເປັນສີຂອງຕົ້ນໄມ້ ແລະ ພື້ນດິນ ຫາກເຈົ້າເລືອກຂໍ້ນີ້ເຈົ້າໜ້າຈະກາຍເປັນຄົນທີ່ມີພູມຖານ ໃຫ້ຄວາມຮູ້ສຶກຜ່ອນຄາຍ ແລະ ສະບາຍໃຈ ດ້ວຍທັດສະນະຄະຕິໃນການດໍາລົງຊີວິດຢ່າງໝັ້ນຄົງ, ໄດ້ຮັບຄວາມໄວ້ວາງໃຈຈາກຄົນຮອບຂ້າງ ເຈົ້າຈະຊ່ວຍໃຫ້ຜູ້ຄົນສະບາຍໃຈ ແລະ ເປັນທີ່ເພີ່ງພາໄດ້ຄືກັນກັບຕົ້ນໄມ້ໃຫຍ່ທີ່ມີຮາກໜາແໜ້ນຢູ່ໃນພື້ນດິນ B ສີເທົາ… ຄົນເຖົ້າແບບເກົ໋າໆ ສີເຖົ່າເປັນສີຂອງທ້ອງຟ້າທີ່ຝົນໃກ້ຈະຕົກ ຫາກເຈົ້າເລືອກຂໍ້ນີ້ສະແດງວ່າເຈົ້າເປັນຄົນທີ່ມີດວງຕາເບິ່ງແຕ່ຄວາມເປັນຈິງ ເຈົ້າຄົງບໍ່ຝັນເຖິງຫຍັງທີ່ເປັນໄປບໍ່ໄດ້  ເຈົ້າຈະກາຍເປັນຄົນເຖົ້າທີ່ເກັ່ງແບບຄຣາສສິກ ຫາກທຽບກັບສິ່ງຂອງເຖິງແມ່ນຈະເປັນຂອງເກົ່າແກ່ແຕ່ມີຄຸນຄ່າ ແລະ ມີຄວາມໝາຍ ເປັນໄວສະລາທີ່ແສນສະຫງົບສຸກ C ສີເງິນ… ຄົນເຖົ້າທີ່ເກ໋ ແລະ ທັນສະໄໝ ສີເງິນໃຫ້ຄວາມແວວວາວສວຍງາມ ຫາກເລືອກຄໍາຕອບນີ້ສະແດງວ່າເຈົ້າສາມາດປະສົມປະສານຄວາມແຟນຕາຊີເຂົ້າກັບຄວາມເປັນຈິງໄດ້ດີ …

Read More »

ດວງປະຈຳວັນ ພະຫັດ ວັນທີ 26 ເມສາ 2018.

ວັນອາທິດ ດ້ານວຽກງານໃນມື້ນີ້ຕ້ອງເຂັ້ມແຂງ ເພາະຈະມີເລື່ອງເຂົ້າມາແບບບໍ່ຈົບບໍ່ສິ້ນ, ດ້ານການເງິນຊ່ວງນີ້ມີລາຍຈ່າຍຫຼາຍ ແຕ່ລາຍໄດ້ໜ້ອຍ, ດ້ານຄວາມຮັກຈະແອບຮັກຄົນມີເຈົ້າຂອງ ປວດໃຈໄປຕາມໆກັນ. ວັນຈັນ ດ້ານວຽກງານດີ ມີຄົນລໍຖ້າອຸປະຖໍາ ກຽມຍື່ນມືເຂົ້າມາຊ່ວຍເມື່ອມີບັນຫາ, ດ້ານການເງິນມີລາຍໄດ້ທີ່ໜ້າພໍໃຈເຂົ້າມາເລື້ອຍໆ , ດ້ານຄວາມຮັກຍັງບໍ່ສົມຫວັງໃນຊ່ວງນີ້. ວັນອັງຄານ ດ້ານວຽກງານໃນມື້ນີ້ລະວັງຈະມີຄົນຫາເລື່ອງມາໃສ່ ແລະ ເວົ້າຕິສິນນິນທາໃນທາງເສຍຫາຍ, ດ້ານການເງິນຢູ່ໃນເກນທີ່ດີ ມີເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງໂສດລອຍໄປລອຍມາ ບໍ່ສົມຫວັງ. ວັນພຸດ ດ້ານວຽກງານຢູ່ໃນເກນດີ ລາຍລື່ນບໍ່ມີອຸປະສັກ, ດ້ານການເງິນດີ ບໍ່ມີຝືດເຄືອງ ແຕ່ກໍ່ຍັງມີລາຍຈ່າຍເຂົ້າມາຫຼາຍ, ດ້ານຄວາມຮັກດີ ເຂົ້າໃຈກັນເປັນພິເສດ. ວັນພະຫັດ ດ້ານວຽກງານໃນມື້ນີ້ບໍ່ສະບາຍໃຈ ເພາະມີຄົນແອບອ້າງເອົາຜົນງາຍໄປແອບອ້າງ, ດ້ານການເງິນຢູ່ໃນເກນທີ່ເຮັດວຽກຫຼາຍ ແຕ່ມີລາຍໄດ້ບໍ່ຄືບໜ້າ ແອບນ້ອຍໃຈແດ່, ດ້ານຄວາມຮັກຍັງຄົງວຸ້ນວາຍໃຈ ຄິດຫຼາຍ. ວັນສຸກ ດ້ານວຽກງານຈະດີຖ້າບໍ່ອາລົມຮ້ອນເກີນໄປ ແລະ ຄວນຫຼຸດອັກຄະຕິບໍ່ດີ ແລະ ເຫັນແກ່ສ່ວນລວມຫຼາຍຂຶ້ນ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງເທົ່າເກົ່າ, ດ້ານຄວາມຮັກຍັງຄິດເອງ ລະເມີໄປຄົນດຽວ. ວັນເສົາ ດ້ານວຽກງານຄວນມີສະຕິ ໃນການແກ້ໄຂບັນຫາໃຫ້ດີ …

Read More »