ແຟນໆ…ກຣີດໆໆໆ ອັ້ມ ອະທິຊາດ ຊຸມມານົນ ພະເອກສຸດຫຼໍ່ຈາກປະເທດເພື່ອນບ້ານ ເດີນທາງມາທ່ອງທ່ຽວປະເທດລາວ ພ້ອມຖ່າຍຮູບເຊັກອິນຢູ່ທີ່ຈຸດແລນມາກ ປະຕູໄຊ ແລະ ຍັງໄດ້ເດີນທາງໄປທ່ຽວຊົມສະຖານທີ່ສັກສິດ ວັດພຣະແກ້ວ @ນະຄອນຫຼວງວຽງຈັນ ປະເທດລາວຂອງເຮົາ ຕັ້ງແຕ່ວັນທີ 24 ມັງກອນ 2018 ທີ່ຜ່ານມາ, ຫຼ້າສຸດໃນເຊົ້າວັນທີ 25 ມັງກອນ 2018 ອັ້ໍມ ອະທິຊາດ ກໍຍັງໄດ້ລົງຄລິບຜ່ານ ອິນສະຕາແກຼມ ເປັນຄລິບທີ່ເພິ່ນກຳລັງກິນອາຫານເຊົ້າ ເຊິ່ງເປັນອາຫານແບບລາວໆບໍ່ວ່າຈະເປັນ ເຂົ້າໜຽວ, ປິ້ງໄກ່, ລວກຜັກ, ເຂົ້າຈີ່ປາເຕ້, ເຂົ້າຫຼາມ ແລະ ແຈ່ວບອງ ອີກດ້ວຍ.
https://www.instagram.com/p/BeW1NOnlrr4/?taken-by=atichart9


ສຳລັບ ອັ້ມ ອະທິຊາດ ຊຸມມານົນ ເປັນນັກສະແດງອີກໜຶ່ງຄົນທີ່ມີຄວາມສາມາດຫຼາກຫຼາຍ ປັດຈຸບັນອາຍຸ 36 ປີ ລວງສູງ 178 ຊັງຕີແມັດ, ຜ່ານມາມີຜົນງານການສະແດງລະຄອນ, ຮູບເງົາ, ຖ່າຍແບບ ແລະ ເດີນແບບຢ່າງຫຼວງຫຼາຍ ແລະ ເພິ່ນກໍມີຫວານໃຈແລ້ວ ໂດຍໄດ້ແຕ່ງງານກັບ ນັດ ມີເຣຍ ນັກຮ້ອງ-ນັກສະແດງນັ້ນເອງ.
(ຢ່າງໃດກໍຂໍຕ້ອນຮັບເຂົ້າສູ່ ປະເທດລາວ ເດີ້ ອ້າຍ ອັ້ມ)















ຮູບພາບຈາກ: atichart9
Kuanjai Magazine
