ມາອັບເດດຄວາມເຄື່ອນໄຫວຂອງວົງການຮູບເງົາລາວເຮົາ ຫຼ້າສຸດປ່ອຍຕົວຢ່າງມາໃຫ້ແຟນໆໄດ້ເບິ່ງກັນແລ້ວ ສຳລັບ ຮູບເງົາເລື່ອງ “ໄຂ່ຂວັນ” / “ Expiration Date” ທີ່ໄດ້ທີມຜູ້ສ້າງ, ນັກສະແດງ ແລະ ສະຖານທີ່ຖ່າຍທຳໃນປະເທດລາວ.

ແລະ ແນ່ນອນວ່າຄົນລາວກໍຕ້ອງສະໜັບສະໜູນຮູບເງົາລາວ ເພາະຫຼັງຈາກທີ່ປ່ອຍ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ໄປບໍ່ພໍເທົ່າໃດ ກໍເຮັດໃຫ້ເກີດກະແສ ມີບັນດາແຟນໆເຂົ້າໄປກົດໄລ້ ກົດແຊຣ ສະແດງຄວາມຄິດເຫັນ ແລະ ລໍຖ້າເບິ່ງຮູບເງົາກັນຢ່າງຫຼວງຫຼາຍ…
(ສຳລັບແຟນໆທີ່ຍັງບໍ່ໄດ້ເບິ່ງ ຕົວຢ່າງ ຮູບເງົາເລື່ອງ “ໄຂ່ຂວັນ” ກໍມີມາຝາກນຳເດີ້)
https://www.facebook.com/laonewwavecinema/videos/2253455074775410/
ໄດ້ເບິ່ງຕົວຢ່າງກໍຮູ້ສຶກຍິນດີ ແລະ ຊົມເຊີຍກັບຜົນງານຂອງທີມຜູ້ສ້າງຮູບເງົາຈາກລາວເຮົາ, ຮູບເງົາເລື່ອງ “ໄຂ່ຂວັນ” ຈະເຂົ້າສາຍວັນທີ 11 ກໍລະກົດ 2019 ນີ້ແລ້ວເດີ້, ເອົາເປັນວ່າຝາກເປັນກຳລັງໃຈໃຫ້ທີມງານຜູ້ສ້າງ ແລະ ນັກສະແດງລາວເຮົາທຸກຄົນແດ່ເດີ້ແຟນໆ.

ທີ່ມາຄລິບ: ຮູບເງົາ ໄຂ່ຂວັນ ໂດຍ LNWC
Story: ຊະນີIndy
(ເຮົາຄົນລາວຮ່ວມສະໜັບສະໜູນຮູບເງົາລາວ)
Kuanjai Magazine
