ຂຶ້ນຊື່ວ່າເປັນ “King Of Catwalk” ມີຫວາທີ່ຈະເຮັດໃຫ້ແຟນໆຜິດຫວັງ, ຫຼ້າສຸດ Sinon Loresca ເນັດໄອດໍ້ຈາກ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວໂດດເດັ່ນ ກໍ່ໄດ້ເດີນທາງມາທີ່ປະເທດລາວເຮົາອີກແລ້ວເປັນຮອບທີ່ 2 ແລະ ກໍ່ເປັນທີ່ຮືຮາຂອງແຟນໆເຊັ່ນເຄີຍ ແຖມຍັງໄດ້ປ່ອຍຄລິບເດີນແບບແນວ Street ຢູ່ທີ່ສວນທາດດຳ ນະຄອນຫຼວງວຽງຈັນ ໃນວັນທີ 26 ພຶດສະພາ ທີ່ຜ່ານມາ ເຮັດໃຫ້ມີແຟນໆທົ່ວໂລກ ລວມເຖິງແຟນໆຊາວລາວເຮົາເຂົ້າໄປກົດໄລ້ ກົດແຊຣກັນແບບລົວໆ…
https://www.facebook.com/TheKingofCatwalk/videos/1855024001457766/
ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວ ໂດ່ງດັງມາຈາກການອັດຄລິບວິດີໂອເດີນແບບປອບໃຈນາງງາມຜູ້ເຂົ້າປະກວດ Miss Universe 2016 ຈົນເຮັດໃຫ້ຄລິບດັ່ງກ່າວມີຍອດວິວເປັນ 10 ກວ່າລ້ານວິວ.
ຢ່າງໃດກໍ່ຍິນດີຕ້ອນຮັບ King Of Catwalk ເຂົ້າສູ່ ປະເທດລາວ (Welcome to LAOS ![]()
![]()
King Of Catwalk)









ຮູບພາບ: Sinon Loresca
Kuanjai Magazine
