ຈື່ນໍ້າສຽງສາວຄົນນີ້ໄດ້ບໍ່??? ຫ່າງຫາຍວົງການເພງໄປໄລຍະໜຶ່ງ ຫຼ້າສຸດ ບິດາລັກ ສີອັກຄະພົມ (ຕຸລີ່) ກໍມີຜົນງານມາໃຫ້ແຟນໆກຽມໄດ້ອັບເດດ ເພາະໃນວັນທີ 1 ກຸມພາ 2019 ນາງຈະມີບົດເພງໃໝ່ຊື່ວ່າ “ຮັບໄດ້ບໍ່” ມາໃຫ້ແຟນໆໄດ້ຕິດຕາມ…
(ຕົວຢ່າງບົດເພງ “ຮັບໄດ້ບໍ່”)
https://www.facebook.com/toulybidalack/videos/2204485652935465/
ສຳລັບ ຕຸລີ່ ບິດດາລັກ ເຊື່ອວ່າແຟນໆຫຼາຍທ່ານຄົງຈະຮູ້ຈັກນາງກັນແດ່ແລ້ວ ເພາະເປັນອີກແມ່ຍິງລາວຄົນໜື່ງທີ່ມີຄວາສາມາດຫຼາຍດ້ານ ແລະ ຍັງເປັນເຈົ້າຂອງບົດເພງດັງຫຼາຍບົດເພງໃນອະດີດ ບໍ່ວ່າຈະເປັນ: ເຈັບບໍ່ຈຳ, ສຳຄັນເວລາເຫງົາ, ຢ່າງນ້ອຍກໍ່ເຄີຍຮັກກັນ, ບໍ່ໄດ້ເກັ່ງຄືເຈົ້າ ແລະ ຍັງມີອີກຫຼາກຫຼາຍບົດເພງທີ່ເປັນເພງຮິດ ເຊິ່ງເຮັດໃຫ້ແຟນໆປະທັບໃຈມາແລ້ວຫຼາຍບົດເພງ…





ເອົາເປັນວ່າ! ສາມາດຕິດຕາມຜົນງານໃໝ່ “ຮັບໄດ້ບໍ່” ຂອງ ຕຸລີ່ ບິດາລັກ ນັກຮ້ອງສາວສຽງດີຈາກ ນະຄອນຫຼວງພະບາງ ເຮົາຄົນລາວສະໜັບສະໜູນສິລະປິນລາວຫຼາຍໆເດີ້ແຟນໆ!!!
ທີ່ມາ: FB/Bidalack Syackhaphom
Kuanjai Magazine
