ກ້ອຍ ລັດສະວິນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານໄດ້ມີໂອກາດມາຢ້ຽມຢາມ ປະເທດລາວ ໂດຍສາວກ້ອຍເພິ່ນກໍໄດ້ມາເປັນດາລາຮັບເຊີນໃນງານເປີດໂຕ ສິນຄ້າຊະນິດໜຶ່ງ, ແຕ່ທີ່ເດັດໄປກວ່ານັ້ນ ກ້ອຍ ລັດສະວິນ ໄດ້ໂພສຮູບພາບໃນ ອິນສະຕຣາແກຼມ ແລະ ເຊັກອິນທີ່ ນະຄອນຫຼວງວຽງຈັນ ປະເທດລາວເຮົາ ແຖມແຕ່ລະຮູບພາບຍັງໂພສຂອບໃຈພີ່ນ້ອງຊາວລາວທີ່ໃຫ້ການຕ້ອນຮັບເປັນຢ່າງດີ ແລະບອກອີກວ່າຄົນລາວເຮົາໜ້າຮັກຂະໜາດ!!!
#ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ
https://www.instagram.com/p/BTecTwUAv9v/?taken-by=rachwinwong
ອຸ໋ຍ…ປາກຫວານແບບນີ້ຈະບໍ່ໃຫ້ຄົນລາວຮັກໄດ້ແນວໃດເນາະ ຖ້າມີເວລາຫວ່າງຝາກໃຫ້ເອື້ອຍ ກ້ອຍ ລັດສະວິນ ມາລາວອີກແດ່ເດີ້ ຊະນີIndy ແລະ ແຟນໆຊາວ ຂວັນໃຈ ຈະພາໄປເລາະ ກິນຕຳໝາກຫຸ່ງ ແລະອາຫານພື້ນເມືອງລາວ ແລະກໍຈະຊອກຊຸດໄໝລາວງາມໆໄວ້ໃຫ້ເອື້ອຍ ກ້ອຍ ໄດ້ໃສ່ ຮັບຮອງຕ້ອງຕິດໃຈກັບຄວາມງົດງາມຂອງວັດທະນະທຳ ຮີດຄອງປະເພນີຂອງ ປະເທດລາວ ຢ່າງແນ່ນອນ.
https://www.instagram.com/p/BTeZa3YAtr0/?taken-by=rachwinwong
https://www.instagram.com/p/BTeVyrZgb8k/?taken-by=rachwinwong
https://www.instagram.com/p/BTdQJLGgXD5/?taken-by=rachwinwong
ນອກຈາກນັ້ນ ກ້ອຍ ລັດສະວິນ ຍັງໄດ້ຖ່າຍຮູບກັບສິລະປິນ ພິທີກອນຊື່ດັງຂອງລາວນັ້ນກໍຄື ສຽວຜິງ ໄຊຍະລິນ ເບິ່ງແລ້ວງາມຫຼາຍທັງສາວລາວ ແລະສາວໄທ ຍອມຮັບວ່າງາມອີ່ຫລີ ລອງມາເບິ່ງກັນເບິ່ງເດີ້ຈະງາມຊໍ່າໃດ…
https://www.instagram.com/p/BTgErbFgzs1/?taken-by=siewphing
ຂໍຂອບໃຈຮູບພາບຈາກ: rachwinwong
Kuanjai Magazine
