Breaking News

ຂ່າວດີ! ໂຢ່ໂຢ່ ວານິພອນ ກຳລັງຈະເປັນຕົວແທນສາວລາວໄປປະກວດ “Miss Chinese International Pageant 2018”

ແບ່ງປັນ

ຄົນລາວກຽມລຸ້ນກຽມເຊຍກັນໄດ້ເລີຍ ເປັນອີກໜຶ່ງສາວລາວທີ່ກຳລັງຈະເດີນທາງໄປປະກວດໃນເວທີລະດັບອິນເຕີ ນັ້ນກໍຄື ວານິພອນ ພູມີໄຊ (ໂຢ່ໂຢ່) ນາງສາວນະຄອນຫຼວງວຽງຈັນ 2017 ຂອງເຮົານັ້ນເອງ, ເຊິ່ງການເດີນທາງໄປປະກວດໃນເວທີດັ່ງກ່າວ ແມ່ນຈັດຂຶ້ນທີ່ ຮ່ອງກົງ ໃນເວທີ “Miss Chinese International Pageant 2018” ແລະ ສາວ ໂຢ່ໂຢ່ ກໍກຳລັງຈະເດີນທາງໄປໃນວັນທີ 23 ມັງກອນ 2018 ນີ້ແລ້ວ… ຢ່າລືມເປັນກຳລັງໃຈໃຫ້ນາງແດ່ເດີ້!!!

https://www.facebook.com/photo.php?fbid=334001223770946&set=a.109627772874960.1073741828.100014832127740&type=3

 

ສຳລັບ ໂຢ່ໂຢ່ ວານິພອນ ອາຍຸ 21 ປີ ຈົບການສຶກສາຈາກ ສະຖາບັນໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ສັດສ່ວນ 32-24-35 ລວງສູງ 168 ຊັງຕີແມັດ, ຜົນງານທີ່ຜ່ານມາ ເຈົ້າຂອງຕຳແໜ່ງ ນາງສາວນະຄອນຫຼວງວຽງຈັນ ປີ 2017, ຖ່າຍແບບວາລະສານດັງຫຼາຍສະບັບ ແລະ ງານເດີນແບບ ຖ່າບແບບ ອີເວັ້ນທົ່ວໄປ.

#ກົດໄລ້ກົດແຊຣເປັນກຳລັງໃຈໃຫ້ສາວລາວ #ຮັກລາວເຊຍລາວ??  #ແຊຣໄປໃຫ້ໂລກຮູ້ ??

ຮູບພາບ: Yo Yo Phoumixay

ແບ່ງປັນ