Breaking News

ຂໍຄວາມຮ່ວມມືນໍາທຸກຄົນ!! ປະຕິບັດຕາມຄໍາສັ່ງຂອງລັດຖະບານ ເອົາໃຈໃສ່ກັກຕົວ14 ວັນປ້ອງກັນ Covid-19 ໄດ້…

ແບ່ງປັນ

ການລະບາດຂອງເຊື້ຶອພະຍາດຈຸລາໂລກສາຍພັນໃໝ່ Covid-19 ຖືເປັນວິກິດລະດັບໂລກ ລວມທັງປະເທດລາວເຮົາເອງ ເພາະປັດຈຸບັນປະເທດລາວເຮົາແມ່ນພົບຜູ້ຕິດເຊື້ອແລ້ວ 3 ຄົນ ລວມທັງກໍລະກໍສົງໄສອີກ 100 ກວ່າກໍລະນີ. ແຕ່ທັງໝົດນີ້ກໍບໍ່ໜ້າເປັນຫ່ວງເທົ່າໃດເພາະ ທຸກຄົນຢູ່ໃນການດູແລຂອງເຈົ້າໜ້າທີ່ໝົດແລ້ວ ແລະ ທີ່ໜ້າເປັນຫ່ວງກໍຄືບັນດາແຮງງານທີ່ໄປເຮັດວຽກຢູ່ບັນດາປະເທດສ່ຽງ ແລ້ວຫາກໍເດີນທາງເຂົ້າມາບ້ານເກີດເມື່ອ 3-4 ມື້ທີ່ຜ່ານມາ ເຊິ່ງຖືວ່າເປັນຈໍານວນຫຼາຍພໍສົມຄວນ… ຈາກເຫດການນີ້ກໍໄດ້ສ້າງຄວາມຢ້ານກົວໃຫ້ກັບປະຊາຊົນຄົນລາວຢູ່ບໍ່ໜ້ອຍ ເພາະບໍ່ມີໃຜຮູ້ໄດ້ວ່າ ການເດີນທາງມາຂອງຜູ້ຄົນຈໍານວນຫຼາຍນັ້ນປອດໄພຂະໜາດໃດ? ແຕ່ທາງພາກສ່ວນລັດຖະບານກໍໄດ້ອອກມາດຕະການເດັດຂາດວ່າ ໃຫ້ທຸກຄົນທີ່ຫາກໍເດີນທາງມາຈາກປະເທດສ່ຽງກັກຕົວເອງ 14 ວັນ ເມື່ອແນ່ໃຈວ່າບໍ່ຕິດເຊື້ອແລ້ວ ຈຶ່ງກັບອອກມາສູ່ສັງຄົມ ແຕ່ເຖິງຢ່າງໃດກໍຕາມກໍຍັງກຸ່ມຄົນຈໍານວນໜຶ່ງທີ່ບໍ່ປະຕິບັດຕາມຄໍາສັ່ງຂອງລັດຖະບານ ແລະ ຖືຍັງຖືເບົາຕໍ່ກັບການປ້ອງກັນເຊື້ອພະຍາດດັ່ງກ່າວ… ມື້ນີ້ ຂວັນໃຈກໍມີບົດຄວາມດີໆມາໃຫ້ທຸກຄົນໄດ້ອ່ານ ເຖິງຄວາມປອດໄພຂອງທຸກຄົນຈາກ Covid-19 ບົດຄວາມໂດຍຜູ້ທີ່ເຄີຍກັກໂຕເອງ 14 ວັນມາແລ້ວ…

#ເອົາໃຈໃສ່ກັກຕົວ14ວັນປ້ອງກັນໂຄວິດ-19ໄດ້

1. ກ່ອນອື່ນຂໍໃຫ້ເຂົ້າໃຈວ່າຈຸດປະສົງຂອງການຂຽນໃນມື້ນີ້ ບໍ່ແມ່ນການຊໍ້າເຕີ່ມ ຫລື ຕ້ອງການກະທົບທ່ານໃດ ຫາກແຕ່ຕ້ອງການລະດົມ ໃຫ້ຜູ້ຢູ່ໃນສະພາບສ່ຽງຕໍ່ການຕິດເຊື້ອພະຍາດປອດອັກເສບໂຄວິດ-19 ໄດ້ໃຫ້ຄວາມຮ່ວມມືກັບລັດ ໃນການກັກຕົວຕິດຕາມຕົນເອງ-ຈຳກັດບໍລິເວນໂຕເອງ14 ວັນ ເພື່ອຕິດຕາມອາການຂອງຕົນເອງ.

2. ການກັກຕົວເອງ ຫລື ຈຳກັດບໍລິເວນໂຕເອງ 14 ວັນມີປະໂຫຍດຫລາຍ ເພາະວ່າ, ຖ້າເຮົາຕິດເຊື້ອ ພາຍໃນ 5-7 ວັນ ກໍຈະສະແດງອາການອອກ ແຕ່ບາງຄັ້ງການສະແດງອາການຂອງແຕ່ລະຄົນບໍ່ຄືກັນ ບາງຄົນເປັນໄຂ້ກ່ອນ, ບາງຄົນບໍ່ມີໄຂ້, ບາງຄົນປວດຄີງ, ບາງຄົນໄອຈາມ ຄືພູມແພ້ ຫລື ບາງຄົນບໍ່ມີອາການຫຍັງເລີຍ ຊຶ່ງຈາກອາການ ເຮັດໃຫ້ຜູ້ເປັນພາຫະ (carrier- ຜູ້ທີ່ຕິດເຊື້ອແຕ່ບໍ່ສະແດງອາການ) ສາມາດ”ແຜ່ເຊື້ອ” ໄປຫາຜູ້ອື່ນໄດ້ ແລະ ກາຍເປັນ ຜູ້ແຜ່ເຊື້ອໃນລະດັບກວ້າງຂວາງ (super spreader) ສົ່ງຕໍ່ເຊື້ອພະຍາດໄປຫາກັນ ແລະ ເພີ່ມທະວີຄູນຈຳນວນຜູ້ຕິດເຊື້ອຢ່າງໄວວາໃນທີ່ສຸດໄດ້, ດັ່ງບົດຮຽນຂອງ ສ. ເກົາຫລີ ທີ່ຫມາຍເລກ 35 ແຜ່ເຊື້ອ ຈົນບໍ່ຮູ້ວ່າ ແຜ່ໃຫ້ໃຜແດ່ ຕິດຕາມ (tract) ບໍ່ໄດ້ເລີຍ ຈົນເຮັດໃຫ້ ສະພາບການລະບາດຂອງພະຍາດໂຄວິດ-19 ໄປຮອດຂັ້ນສາມ (ບໍ່ຮູ້ແຫລ່ງທີ່ມາຂອງຜູ້ຕິດເຊື້ອໄດ້).

ສຳລັບຢູ່ບ້ານເຮົາ ຜູ້ຕິດເຊື້ອຜູ້ຍິງ, ບໍ່ຢາກເວົ້າຊື່ຜູ້ກ່ຽວ, ການປະກາດຊື່ຂອງຜູ້ຕິດເຊຶ້ອເປັຫນ້າທີ່ຂອງຄະນະສະເພາະກິດ, ສາມາດຕິດຕາມໄດ້ວ່າລາວໄປໃສ ແລະ ພົວພັນກັບໃຜແດ່. ສ່ວນຜູ້ຊາຍ ໄດ້ຍິນວ່າ ບໍ່ກັກໂຕຕິດຕາມຕົນເອງ ຍັງໃຊ້ຊີວິດປົກກະຕິ ແລະ ໂຊກບໍ່ດີ ກາຍເປັນຜູ້ຕິດເຊື້ອ ແລະ ເປັນພາຫະ ແລະ ອາດຈະເປັນຜູ້ແຜ່ເຊື້ອໃນລະດັບກວ້າງຂວາງໄດ້ເມື່ອສັງເກດ ພຶດຕິກຳຜ່ານມາຂອງຜູ້ກ່ຽວ; ສ່ວນອີກຜູ້ຫນຶ່ງ ນັ້ນຂ້າພະເຈົ້າບໍ່ມີຂໍ້ມູນ….

3. ບັນດາຜູ້ທີ່ພົວພັນຢ່າງໃກ້ຊິດກັບບັນດາຜູ້ຕິດເຊື້ອເຫລົ່ານີ້ຮອດດຽວນີ້ຄົງຖືກກັກຕົວ ແລະ ກວດສອບ ແລະ ຕິດຕາມກັນແລ້ວ. ສະນັ້ນຂໍຮ້ອງມາຍັງບຸກຄົນເຫລົ່ານີ້ ໄດ້ປະຕິບັດການຕິດຕາມຢ່າງເຄັ່ງຄັດ ແລະ ເອົາໃຈໃສ່ນຳກັນ ສຳຄັນພວກເຮົາຕ້ອງປ່ຽນວິທີຄຶດນຳກັນວ່າ “ເກີດຊາດດຽວຕາຍຊາດດຽວ” ເພາະ ໃນຍາມສົງຄາມ ຕໍ່ສູ້ກັບສັດຕູຄຳນີ້ໃຊ້ໄດ້ ແຕ່ໃນຢາມສູ້ກັບໂຄວິດ-19ນີ້, ເວົ້າແທ້, ຕາຍຫມູ່ ຄັນເຮົາບໍ່ຮ່ວມໃຈກັນປ້ອງກັນ ແລະ ສະກັດກັ້ນນຳກັນ ນີ້ຍັງບໍ່ນັບຜູ້ທີ່ອາດຈະຕິດເຊື້ອມາແຕ່ຕ່າງປະເທດອີກ….

ທີ່ເວົ້ານີ້ບໍ່ແມ່ນໃຫ້ຢ້ານ ແຕ່ຂໍໃຫ້ຮ່ວມມືກັນ ໃສ່ໃຈນຳກັນພວກເຮົາກໍ່ສາມາດຜ່ານຜ່າໄດ້

ຂອບໃຈ

ບົດຄວາມຈາກ: Nalonglith Norasing

ແບ່ງປັນ