Breaking News

ຂໍຍົກຍ້ອງນິແຫຼະ! Hero ຕົວຈິງ… 3 ສະຫາຍສິລະປິນລາວ ບຸກຊ່ວຍເດັກນ້ອຍທີ່ຕິດຢູ່ໃນບ້ານທີ່ກຳລັງໄຟໃໝ້ (ຄລິບ)

ແບ່ງປັນ

ສິລະປິນລາວຜູ້ໃຈກ້າສາມທ່ານຄື ທ້າວ ດາວວີ, ທ້າວ ເອກະລິນ ຖິ່ນເມືອງງາ, ທ້າວ ເອອັອດ ສາຍນ້ຳຍາມ ນັກຮ້ອງແນວເພງລູກທົ່ງບ້ານນາ ພ້ອມກັບທີມງານແລ່ນຜ່ານແປວໄຟອັນໃຫຍ່ຫຼວງໄປຊ່ວຍເດັກນ້ອຍທີ່ຕິດຢູ່ກອງໄຟອອກມາໄດ້ຢ່າງປອດໄພ, ສ່ວນສາເຫດການເກີດອັກຄີໄພໃນເທື່ອນີ້ຍັງບໍ່ຮູ້ສາເຫດ, ເຫດການດັ່ງກ່າວເກີດຢູ່ທາງເຂົ້າບ້ານນາລ້ອມ ເມືອງ ໄຊທານີ ໃນວັນທີ 28 ພຶດສະພາ 2017  ຜ່ານມາ.

   

ຢ່າງໃດກໍຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ປະສົບເຫດອັກຄີໄພໃນເທື່ອນີ້ດ້ວຍ ແລະ ກໍຂໍຍົກຍ້ອງ 3 ໜຸ່ມສິລະປິນທັງ 3 ທ່ານ ແລະ ທີມງານທີ່ມີນໍ້າໃຈຊ່ວຍເຫຼືອຄົນອື່ນໂດຍບໍ່ຫວັງຜົນ ຄົນແບບນີ້ຕ້ອງຊົມເຊີຍ ແລະ ຍົກຍ້ອງ…

#ຢ່າລືມແຊຣເພື່ອໃຫ້ກຳລັງໃຈHeroຕົວຈິງ

ມີຄລິບ…

https://www.facebook.com/100014660680916/videos/227184521113569/

 

ທີ່ມາ:  ຂວັນໃຈ ສາຍນ້ຳລີກ

ແບ່ງປັນ