ຈະເກີດຫຍັງຂຶ້ນເມື່ອ ນ້ອງ ທົດສະພອນ ປະທະ ກັບ ອ້າຍ ທົດສະພົນ (555) ແຟນຄລັບກຣີດໆໆໆ…ຢ່າງໜັກ ເມື່ອ ອຸງ ທົດສະພອນ ແລະ ເຄນ ພູພູມ 2 ນັກສະແດງຈາກ ລາວ ແລະ ໄທ ຖ່າຍຮູບຮ່ວມກັນ ງານນີ້ຂໍບອກເລີຍວ່າຄວາມເຈົ້າຊູ້ ຄວາມຫຼໍ່ ແບບວ່າມີສູສີ ບໍ່ມີໃຜຍອມໃຜກັນເລີຍ ໂດຍຮູບພາບດັ່ງກ່າວຖືກໂພສຈາກ ອຸງ ທົດສະພອນ ນັກສະແດງ-ນາຍແບບ ຂອງລາວເຮົາ ໂດຍຍັງຂຽນແຄັບຊັ່ນຢ່າງຮາວ່າ: “ມື້ນີ້ ທົດສະພອນ ໄດ້ມາເຈີ ກັບ ອ້າຍທົດສະພົນ (ອ້າຍແທ້ໆ ທີ່ພັດພາກ ບໍ່ໄດເຈີກັນ ເປັນ20 ປີ) ເລື່ອງຄວາມ ຫຼໍ່ ນ້ອງຂໍຍອມແພ້” ເຮັດໃຫ້ມີເຫຼົ່າແຟນຄລັບເຂົ້າໄປສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍເລີຍ.
https://www.facebook.com/photo.php?fbid=10213414565152375&set=a.1378654680208.49993.1647142700&type=3
ໜຸ່ມໆ…ນັກສະແດງຈາກ ລາວ ແລະ ໄທ ເຮົາມີແຕ່ຄົນເຈົ້າຊູ້ ໜ້າຮັກ ຖືກໃຈແຟນໆປານນີ້ບໍ່ໃຫ້ໃຈລະລາຍ…ສິໄປໃສວ່າບໍ່ແຟນໆ (ອິອິ)















Kuanjai Magazine
