ເດີນທາງມາຮອດຈຸດຈົບຂອງການແຂ່ງຂັນ ແລະ ຈະຕັດສິນໃຫ້ໄດ້ຮູ້ຜົນການແຂ່ງຂັນໃນຄໍ່າຄືນວັນທີ 24 ເມສາ 2018 ນີ້ແລ້ວ, ແພັດ ເພັດດາວອນ ຄຳມະນີວົງ ສາວລາວສຽງດີຈາກພາກໃຕ້ ທີ່ກຳລັງໂດ່ງດັງໄປທົ່ວບ້ານທົ່ວເມືອງ ເພາະນາງເດີນທາງຕາມຫາຝັນຢາກເປັນນັກຮ້ອງ ແລະ ຝັນຢາກເອົາເງິນລາງວັນ 1 ລ້ານບາດ ມາປຸກບ້ານໃຫ້ແມ່ ໂດຍການໄປແຂ່ງຂັນເພງໃນລາຍການ ສຶກວັນດວນເພງ ຂອງປະເທດເພື່ອນບ້ານ.
ໃນວັນທີ 23 ເມສາ 2018 ທີ່ຜ່ານມາ ສາວ ແພັດ ເພິ່ນກໍ່ຫາກໍ່ປ້ອງກັນແຊ້ມໃນສະໄໝທີ 20 ໄດ້ແບບສົດໆຮ້ອນໆ ແລະ ໃນມື້ນີ້ມາຮ່ວມລຸ້ນ ຮ່ວມເຊຍເປັນສັກຂີພະຍານໄປພ້ອມໆກັນວ່າສາວລາວຄົນນີ້ຈະສາມາດຊິງເອົາເງິນລາງວັນ 1 ລ້ານບາດ ຫຼື ປະມານ 265,000,000 ລ້ານກີບ ໄປໄດ້ ຫຼື ບໍ່? ໃນເວລາ 18:20 ນາທີ ທາງຊ່ອງ 31 (ປະເທດເພື່ອນບ້ານ) ຢ່າພາດເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້.
https://www.facebook.com/one.wdp/videos/1861980540761222/?t=15






Kuanjai Magazine
