Breaking News

ຄົນມັນງາມໃສ່ຊຸດໃດກະເກີດ!!! ເມ ວິຈິດຕາ ໂດດເດັ່ນໃນງານ Lao Fashion Week 2019…

ແບ່ງປັນ

ບໍ່ວ່າຈະເຮັດຫຍັງກໍເປັນທີ່ຈັບຕາເບິ່ງຫຼາຍສໍາລັບສາວງາມຄົນນີ້ ເມ ວິຈິດຕາ ພອນວິໄລ Miss Universe Laos 2019 ທີ່ຫາກໍຮັບຕໍາແໜ່ງໄປເມື່ອເດືອນທີ່ຜ່ານມານີ້!!! ຫຼັງຈາກໄດ້ຮັບຕໍາແໜ່ງແລ້ວກໍສັງເກດເຫັນວ່າ ສາວເມ ຄ້ອນຂ້າງຈະມີວຽກເຂົ້າມາຕະຫຼອດ ທັງຖ່າຍແບບ, ເດີນແບບ, ເຂົ້າຮ່ວມງານການກຸສົນຕ່າງໆ ແລະ ຫຼ້າສຸດ ກໍໄດ້ເຫັນສາວເມໄປຮ່ວມງານເດີນແບບເທິງເວທີ Lao Fashion Week 2019 ທີ່ຈັດຂຶ້ນໃນວັນທີ 10-13 ກັນຍາ 2019 ທີ່ຜ່ານມານີ້. ເຊິ່ງແຕ່ລະຊຸດທີ່ນາງໃສ່ຂໍບອກໄດ້ເລີຍວ່າເລີດແຮງ, ເກີດທຸກຊຸດ ມື້ນີ້ແອັດກໍເລີຍຢາກເອົາມາໃຫ້ແຟນໆຂວັນໃຈເຮົາໄດ້ເບິ່ງນໍາກັນ ຈະເລີ໋ດສົມກັບແອັດເວົ້າບໍ່ນັ້ນເຮົາມາເບິ່ງ ແລະ ຕັດສິນໄປນໍາກັນເລີຍ….

ມື້ຮັບຕໍາແໜ່ງ Miss Universe Laos

#ກຽມຕົວ

#ສີແດງສົດງາມແຮງເດີ່!

#ໂດດເດັ່ນໃນຊຸດຟ້າຕັດດໍາ

#ຊຸດນີ້ເລີ໋ດແຮງເດີ່!

  

ແບ່ງປັນ