ໃນຊ່ວງປີໃໝ່ຫຼາຍຄົນອາດມີແຜນເດີນທາງໄປຫຼິ້ນຕ່າງແຂວງ ຫຼື ຕ່າງປະເທດ ບາງຄົນກໍມີແຜນທີ່ຈະກຽມປາຕີ້ກັບຄອບຄົວ ແຟນ ແລະ ໝູ່ເພື່ອນ ແຕ່ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ກຳລັງເດີນໜ້າສູ່ການປະຕິບັດທຳໃນຊ່ວງໄລຍະປີໃໝ່ ແລະ ຂໍລາທາງແຟນຄລັບ ແລະ ສື່ social ທຸກຊ່ອງທາງເພື່ອຈະໄດ້ປະຕິບັດທຳຢ່າງເຕັມທີ່, ໂດຍສາວ ລູກນໍ້າກໍໄດ້ໂພສຮູບ ແລະ ຂຽນຄຳອະທິບາຍບອກທາງເຟສບຸກສ່ວນຕົວວ່າ: “ນ້ຳມາຮອດວັດທີ່ຈະປະຕິບັດທຳ ແລ້ວ ຂໍງົດ social ທຸກຊ່ອງທາງ ເປັນເວລາ 10ມື້ ເພາະທາງວັດຫ້າມໃຊ້ໂທລະສັບ ແລະຖືສິນ 8.. ຂໍໃຫ້ຜົນບຸນນີ້ໄປຮອດທຸກໆຄົນ ອານຸໂມທະນາບຸນນຳກັນເດີ້… ແລ້ວເຈິກັນອີກທີປີ 2018”
https://www.facebook.com/photo.php?fbid=1326212857483187&set=a.109435059160979.11289.100002834576108&type=3
ສົມກັບໄດ້ສາຍາທີ່ວ່າເປັນ ດາລາສາວສາຍບຸນ ງາມທັງກາຍທັງໃຈອີ່ຫລີ ຢ່າງໃດກໍຂໍອະນຸໂມທະນາສາທຸນຳ ສາວ ລູກນໍ້າ ແລ້ວເຈິກັນໃໝ່ໃນປີໜ້າ 2018 ເດີ້!!!




















ທີ່ມາ: Louknum Vongsili
Kuanjai Magazine
