ຕະລຶງ! ເປັນກະແສຮ້ອນແຮງ ຊ໋ອກໄປທົ່ວວົງການນາງງາມ ເພາະຫຼ້າສຸດເພສຫຼັກຂອງເວທີ Miss Universe Laos ໄດ້ປະກາດຜ່ານເພສແບບສົດໆຮ້ອນໆວ່າ ໄດ້ແຕ່ງຕັ້ງ ນາງ ອອນອານົງ ຫອມສົມບັດ ເປັນຕົວແທນເຂົ້າຮ່ວມການປະກວດ Miss Universe 2018 ຢ່າງເປັນທາງການ.

ສຳລັບ ນ້ອງ ອອນອະນົງ ຫອມສົມບັດ ບອກເລີຍວ່າໂປຟາຍນາງເລີດໆໆ ເປັນອະດີດຮອງອັນດັບຫນຶ່ງມີສຢູນີເວີສລາວ 2017, ອາຍຸ 23 ປີ, ຄວາມສູງ 171 ຊມ, ຮຽນຈົບປະລິນຍາຕີ ວິຊາ: ພົວພັນສາກົນ (International relations) ຈາກມະຫາວິທະຍາໄລ Kaposvar University, ປະເທດຮົງກຣີ ໃນປີ 2017, ເຄີຍເຮັດວຽກຢູ່ ອົງການແມ່ນໍ້່າຂອງ (Mekong River Commission). ໃນໄລຍະຮຽນຢູ່ອຸດົມ ນາງໄດ້ໄປເຄື່ອນໄຫວກັບໂຄງການແລກປ່ຽນການສຶກສາຢູ່ ສ. ອາເມລິກາ, ຍີ່ປຸ່ນ, ຫວຽດນາມ, ຟີລິບປິນ, ສິງກະໂປ, ອິນໂດເນເຊັຍ, ມາເລເຊັຍ…. ມີຄວາມພ້ອມດ້ານຄວາມງາມ, ຄວາມຮູ້ຄວາມສາມາດດ້ານພາສາ, ມີກິລິຍາມາລະຍາດດີ ແລະ ຮູ້ຈັກຄະນົບທຳນຽມປະເພນີລາວ ເຫມາະສົມທີ່ຈະເປັນຕົວແທນໃຫ້ແມ່ຍິງລາວໄປປະກວດໃນເວທີ ມີສຢູນີເວີສ 2018.



(ຢ່າງໃດກໍ່ຂໍເຊີຍລາວສຸດໃຈ #ແຊຣໄປໃຫ້ໂລກຮູ້)
Kuanjai Magazine
