ຍອດຄົນລົງທະບຽນແລ່ນໃນງານ RUN FOR HER 2019 ຢຽບຫຼັກ 1.000 ໃນເປົ້າໝາຍ 1.500 ກ່ອນມື້ງານຖະແຫຼງຂ່າວ…

ກິດຈະກໍາແລ່ນຊຸບເປີມິນິມາຣາທອນ Run for Her ຄັ້ງທໍາອິດ ໄດ້ເປີດພິທີຖະແຫຼງຂ່າວຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 2 ຕູລາ 2019 ຢູ່ທີ່ໂຮງແຮມ ຄຣາວພຣາຊ່າ ໂດຍ ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງ ວາລະສານຂວັນໃຈ ໃນນາມຜູ້ຈັດ ເປັນປະທານ ຮ່ວມກັບທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງລາວ ແລະ ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຜູ້ສະໜັບສະໜູນ, ນັກກິລາແລ່ນ-ລານທີມຊາດ ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ…

ງານແລ່ນ Run for Her ຊຸບເປີມິນິມາຣາທອນ ເປັນກິດຈະກໍາທີ່ຈັດຂຶ້ນໂດຍ ວາລະສານ ຂວັນໃຈ ອອນລາຍ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສະຫະພັນແລ່ນ-ລານແຫ່ງຊາດລາວ ມີຈູດປະສົງ ເພື່ອປູກຈິດສໍານຶກໃຫ້ຄົນໃນສັງຄົມເຫັນຄວາມສໍາຄັນ ແລະ ຮ່ວມກັນຍຸຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເຊິ່ງຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ເປັນຄັ້ງທໍາອິດ ຢູ່ທີ່ເດີ່ນພະທາດຫຼວງ ວຽງຈັນ.

ໃນການແຂ່ງຂັນແມ່ນໄດ້ແບ່ງອອກເປັນ 3 ສາຍຄື:
- Supper Mini Marathon 15 Km ຄ່າລົງທະບຽນ 150.000 ກີບ. ຈະໄດ້ຮັບເສື້ອ, ຫຼຽນ, ຂັນລາງວັນ ແລະ ເງິນລາງວັນ (ສໍາລັບທີ 1-5 ຂອງທຸກສາຍ)
- Mini Marathon 10 Km ຄ່າລົງທະບຽນ 120.000 ກີບ. ຈະໄດ້ຮັບເສື້ອ, ຫຼຽນ, ຂັນລາງວັນ ແລະ ເງິນລາງວັນ (ສໍາລັບທີ 1-5 ຂອງທຸກສາຍ)
- Fun Run 5 Km ຄ່າລົງທະບຽນ 100.000 ກີບ. ຈະໄດ້ຮັບເສື້ອທີ່ມີໂລໂກ້ຂອງ ຣັນຟໍເຮີ
ຊ່ອງທາງການລົງທະບຽນແມ່ນ ສາມາດເຂົ້າມາລົງທະບຽນກັບພະນັກງານຢູ່ທີ່ຕຶກ ເຄແອນຊີ, ບ້ານສີສະຫວາດ, ຖະໜົນສໍານັກງານນາຍົກ, ມ. ຈັນທະບູລີ, ນະຄອນຫຼວງວຽງຈັນ (ດ້ານຫຼັງ ຮຮ ມ.ສ ວຽງຈັນ) ຫຼືສາມາດລົງທະບຽນ ອອນລາຍ ຕາມລິ້ງ https://register.runforher.la ຫຼືສອບຖາມຂໍ້ມູນເພີ່ມຕຶ່ມໂທ 020 2824 3086, 020 2824 2166, 021 21 6666.


ເປີດໃຫ້ລົງທະບຽນທຸກມື້ຈົນຮອດ ວັນທີ 11 ຕູລາ 2019 ນີ້. ຕອນນີ້ທາງຄະນະເພິ່ນໄດ້ແຈ້ງມາວ່າ ຍອດຄົນລົງທະບຽນແມ່ນໄດ້ 1.000 ກວ່າຄົນແລ້ວ ໃນເປົ້າໝາຍ 1.500 ຄົນ ເຊິ່ງທາງຄະນະເພິ່ນໝັ້ນໃຈວ່າ ຕ້ອງຮອດ 1.500 ຄົນກ່ອນວັນທີ 11 ແນ່ນອນ…







Kuanjai Magazine
