Breaking News

ຍິ່ງໃຫ່ຍ ສົມກຽດ! ປະມວນຮູບພາບການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ

ແບ່ງປັນ

ໄດ້ມີການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບຄົບຮອບ 70 ປີ (20 ມັງກອນ 1949-2019) ຢ່າງຍິ່ງໃຫ່ຍ ແລະ ສົມກຽດ ໃນວັນທີ 20 ມັງກອນ 2019 ທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງສປປ.ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ການນຳພັກ-ລັດ, ນາຍ ແລະ ພົນທະຫານ, ອະດີດການນຳພັກ-ລັດ, ເຈົ້າໜ້າທີ່ທະຫານຂັ້ນສູງຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງມະຫາຊົນເປັນຈຳນວນຫຼວງຫຼາຍ.

ໃນຄໍ່າຄືນຂອງວັນດັ່ງກ່າວກໍຍັງໄດ້ມີການຈູດດອກໄມ້ໄຟຢ່າງງົດງາມ ຍິ່ງໃຫ່ຍອະລັງການ ເຮັດເອົາທ້ອງຟ້າຂອງປະເທດລາວໃນຍາມຄໍ່າຄືນ ເຕັມໄປດ້ວຍສີສັນ ແລະ ງົດງາມຕະການຕາ ຖືເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ຄັ້ງຍິ່ງໃຫ່ຍທີ່ສຸດ, ລອງມາເບິ່ງຮູບພາບ ການຈູດດອກໄມ້ໄຟ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ ກັນອີກເທື່ອ…

(ມາເບິ່ງວິດີໂອ ພາບມູມສູງ)

https://www.facebook.com/fm90laos/videos/312320089406009/

 

ເຫັນແລ້ວກໍອົດບໍ່ໄດ້ທີ່ຈະ ຂໍຊົມເຊີຍການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70ປີ  (20 ມັງກອນ 1949-2019) ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ສົມກຽດ ຢ່າງສຸດໃຈ.

ຮູບພາບ: FB/Tar RoseWedding , ປະເທດລາວ Pathedlao , Lao Youth Radio FM 90.0 Mhz

ແບ່ງປັນ