ຕ່າງຊາດຕ້ອງຮ້ອງ ”Wow’ ພ້ອມຕົບມືລົວໆໆ… ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ສາວງາມຕົວແທນ ປະເທດ ລາວ ຂື້ນສະແດງຄວາມສາມາດ ໃນບົດຟ້ອນພື້ນເມືອງລາວ “ດວງຈຳປາ” ໃນຮອບສະແດງຄວາມສາມາດພິເສດ ທີ່ເວທີ Miss Supranational 2018 ທີ່ ປະເທດ ໂປແລນ, ພ້ອມລຸ້ນຕິດ Top5 ການສະແດງທີ່ຈະໄດ້ຂື້ນໂຊເທິງເວທີໃຫ່ຍໃນຮອບຕັດສິນອີກດ້ວຍ.
(ມີຄລິບການສະແດງ)
https://www.facebook.com/santhany.saymanyvanh/videos/2073015139453982/
ເຊິ່ງບົດຟ້ອນ “ດວງຈຳປາ” ທີ່ ຢຸ້ຍ ສັນທະນີ Miss Supranational Laos 2018 ໄດ້ນຳໄປສະແດງໂຊໃນຄັ້ງນີ້ ແມ່ນໄດ້ນຳເອົາການຟ້ອນແບບພື້ນເມືອງລາວ ມາປະສົມກັບການເຕັ້ນທີ່ທັນສະໄໝ ມ່ວນຊື່ນ ແລະ ຍັງມີການນຳເອົາຄວາມເຂັ້ມແຂງຂອງສິລະປະການຕໍ່ສູ້ມາຮ່ວມປະກອບ ເຊິ່ງມີຄວາມໝາຍເຖິງ ແມ່ຍິງລາວໃນຍຸກສະໄໝໃໝ່ ທີ່ມີຄວາມອ່ອນຫວານ ຍິ້ມແຍ້ມ ແຕ່ເຕັມໄປດ້ວຍຄວາມເຂັ້ມແຂງ ສາມາດເບິ່ງແຍງຕົວເອງໄດ້ນັ້ນເອງ.






(ຂໍຊົມເຊີຍເດີ້…ເກັ່ງຫຼາຍໆ ຄົນລາວເຮົາຕົບມືດັງໆໃຫ້ນາງງາມຕົວແທນປະເທດລາວເຮົາແດ່ໄວໆ!!!) #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????


ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss Supranational 2018 ທີ່ ປະເທດ ໂປແລນ ແລະ ການປະກວດຈະມີຮອບຕັດສິນໃນວັນທີ 7 ທັນວາ 2018 ນີ້… #ຮັກລາວເຊຍລາວ ??
Story: ຊະນີIndy
ຮູບພາບ: FB/Yui Santhany
Kuanjai Magazine
