ກໍາລັງເປັນກະແສດຸເດືອດຫຼາຍໃນໂລກ Online ປະເທດໄທ ແລະ ຊາວເນັດໃຫ້ຄວາມສົນໃຈຫຼາຍພໍສົມຄວນ ສໍາລັບປະເດັນຮ້ອນ ລະຫວ່າງ ບຸ໋ມ ປະນັດດາ ວົງຜູ້ດີ ກັບ ເອ໋ ປາຣີນາ ໄກຄຸປ ທີ່ເກີດການຖົກຖຽງກັນຜ່ານທາງ Social ຫຼັງມີປະເດັນກ່ຽວກັບກົດໝາຍ (ໄທ) ຈົນນໍາມາເຊິ່ງການພິພາກວິຈານເຖິງເລື່ອງສ່ວນຕົວ ແລະ ອາຊີບ ໂຕ້ຕອບກັນໄປກັນມາ ຈົນເຖິງຂັ້ນເກີດການຟ້ອງຮ້ອງກັນເລີຍ… ຫຼ້າສຸດ ເມື່ອວັນທີ 10 ມີຖຸນາ 2020 ທີ່ຜ່ານມາ ໃນລານການ “ແສ” ທາງຊ່ອງ GMM25 ໂດຍມີພິທີກອນປາກກ້າຄື ມົດດໍາ… ທີ່ນໍາເອົາຄູ່ກໍລະນີທັງສອງມາໂອ້ລົມກັນແບບຕໍ່ໜ້າກັນກາງລາຍການ ເພື່ອເຄຣຍປະເດັນທີ່ເກີດຂຶ້ນ.

ເຊິ່ງງານນີ້ ກໍມີຊາວເນັດຈໍານວນຫຼາຍທີ່ຈັບຕາເບິ່ງການປະທະກັນຄັ້ງນີ້ ແລະ ຄັດເອົາຊ໊ອດເດັດໃນລາຍການມາສົ່ງຕໍ່ໆກັນເພື່ອໃຫ້ສະແດງຄວາມຄິດເຫັນ ເຖິງກໍລະນີດັ່ງກ່າວ ເຊິ່ງກໍເປັນການໄຂຂໍ້ຂ້ອງໃຈຂອງປະຊາຊົນໄທໃນຫຼາຍໆເລື່ອງ ເຊັ່ນ ເລື່ອງໂພລຈາກປະຊາຊົນວ່າ ຢູ່ຝັ່ງໃດ ແລ້ວຮູ້ສຶກແນວໃດ?? ລອງໄປເບິ່ງບາງຕອນລອງລາຍການດັ່ງກ່າວ…
https://www.facebook.com/GMM25Thailand/videos/362046771438022/?t=509
ບູ໋ມ ປະນັດດາ ວົງຜູ້ດີ ອະດີດນາງສາວໄທ ນັກສະແດງ ພິທີກອນຊື່ດັງ ນັກລົນນະລົງເລື່ອງສິດທິແມ່ຍິງ-ເດັກນ້ອຍ




ເອ໋ ປາຣີນາ ໄກຄຸບ ນັກການເມືອງ ອະດີດຜູ້ເຂົ້າປະກວດນາງສາວໄທ
.jpg)



ຮູບພາບຈາກ: boompanadda; ปารีณา ไกรคุปต์
Kuanjai Magazine
