ຫຼັງຈາກທີ່ສາວລາວໜ້າຮັກ ນູ່ນີ່ ຂຸນພົນພັກດີ ໄດ້ໄປອອກລາຍ “Take me out Thailand” ຈົນສ້າງກະແສຮືຮາໃນໂລກສັງຄົມອອນລາຍມາແລ້ວ, ຫຼ້າສຸດ ນູ່ນີ່ ນາງກໍໄດ້ໂພສຮູບພາບພ້ອມຄຳອະທິບາຍໃນເຟັກບຸກ ແລະ ອິນສະຕາແກມ ສ່ວນຕົວຂອງນາງວ່າ: “ຝາກຕິດຕາມ ເສົາໜ້າແດ່ເດີ້ ວ່ານູ່ນີ່ຊິໄດ້ຄູ່ເດດ ຫຼື ບໍ່…?” , ຈົນມີແຟນໆຂອງນາງທັງ ລາວ ແລະ ໄທ ອອກມາຄອມເມັ້ນໃຫ້ກຳລັງໃຈນາງແບບລົວໆ…

ຈັ່ງໃດກໍເປັນກຳລັງໃຈໃຫ້ເດີ້ ແລະ ເພື່ອນໆທີ່ຢາກຕິດຕາມສາວລາວຄົນນີ້ວ່ານາງຈະໄດ້ໝຸ່ມຄົນໃດໄປເປັນຄູ່ເດດ ກໍຢ່າລືມຕິດຕາມນາງທີ່ລາຍການ “Take me out Thailand” ໃນວັນເສົາ ວັນທີ 25 ກຸມພາ 2017 ນີ້…!


#ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາງາມຫຼາຍ




ສ່ວນໝູ່ເພື່ອນຄົນໃດທີ່ພາດຍັງບໍ່ໄດ້ເບິ່ງຕອນທຳອິດທີ່ສາວ ນູ່ນີ່ ປະກົດຕົວໃນລາຍການສາມາດເບິ່ງຍ້ອນຫຼັງໄດ້ເລີຍ!
https://www.facebook.com/takemeoutthailand/videos/1303900596370112/
ສາມາດເບິ່ງຄຣິບເຕັມ
ຂໍຂອບໃຈຮູບພາບຈາກ: Noony Koumphonphakdee
ຄຣິບຈາກ: Take Me Out Thailand
Kuanjai Magazine
