Breaking News

ປະທັບໃຈແທນ!!! ເມື່ອກັບຕັນເຊີໄພ້ຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງໃນວັນ Christmas

ແບ່ງປັນ

ຊຶ້ງໃຈແທນ!!! ເມື່ອກັບຕັນເຊີໄພ້ຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງໃນວັນ Christmas

ຊາວເນັດແຫ່ຊື່ນຊົມ ແລະປະທັບໃຈແທນເມື່ອກັບຕັນແຫ່ງສາຍການບິນ Philippine Airline ໄດ້ໂພສຄຼີບເຊີໄພຜູ້ໂດຍສານທີ່ເປັນຄອບຄົວຂອງຕົນເອງ ດ້ວຍຊໍ່ດອກກຸຫຼາບສີແດງສຸດພິເສດໃຫ້ແກ່ແມ່ ພ້ອມທັງກອຢ່າງອົບອຸ່ນ (ເຫດການນີ້ເກີດຂຶ້ນໃນວັນຈັນທີ 18 ທັນວາ 2017 ທີ່ຜ່ານມາ)

ໂດຍຄຼິບດັ່ງກ່າວແມ່ນ ກັບຕັນ “Juan Paulo Fermin” ໄດ້ໂພສລົງໃນ Facebook ສ່ວນຕົວທີ່ຊື່ວ່າ “Juan Paulo Fermin” ແລະໄດ້ຂຽນຂໍ້ຄວາມເທິງຄຼິບທີ່ມີຄວາມໝາຍວ່າ “ຂ້ອຍພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການພາຜູ້ໂດຍສານກັບບ້ານໃນວັນ Christmas ນີ້, ປີນີ້ເປັນປີທີ່ວິເສດຫຼາຍສໍາລັບຂ້ອຍ ເປັນປີທີ່ຄວາມຝັນໄດ້ປ່ຽນເປັນຄວາມຈິງ ຂໍຂອບໃຈສາຍການບິນ ຟິລິບປີນ ສໍາລັບໂອກາດອັນປະທັບໃຈນີ້”

 

ເຊິ່ງຫຼັງຈາກໂພສດັ່ງກ່າວໄດ້ຖືກເຜີຍແຜ່ອອກໄປ ກໍມີຊາວເນັດແຫ່ຊື່ນຊົມ ແລະກົດໄລ້ ແຊຣ ເປັນຈໍານວນຫຼວງຫຼາຍ!!! ສ່ວນວ່າຈະໜ້າປະທັບໃຈຂະໜາດໃດນັ້ນ ເຮົາໄປເບິ່ງພ້ອມກັນເລີຍ

https://www.facebook.com/juanpaulo.fermin/videos/10212529982218469/

ແບ່ງປັນ