ປະໂທະ! ຟັງສຽງຮ້ອງເພງແລ້ວຂົນໜາວລຸກ... ຕ້ອງຂໍຍອມໃນພະລັງສຽງຂອງເດັກນ້ອຍລາວ ນ້ອງ ອະລິຕາ ອາລຸນສະຫວັດ ອາຍຸ 13 ປີ ເຍົາວະຊົນລາວຄົນເກັ່ງທີ່ໄປໂຊຄວາມສາມາດໃນລາຍການແຂ່ງເພງຊື່ດັງທີ່ ປະເທດ ຍີ່ປຸ່ນ, ເຊິ່ງໄດ້ໂຊພະລັງສຽງໃຫ້ກຳມະການ ແລະ ຜູ້ຄົນໄດ້ເຫັນຄວາມສາມາດໃນບົດເພງທີ່ມີຊື່ວ່າ dream come true ເຮັດເອົາຄົນທີ່ໄປເບິ່ງການແຂ່ງຂັນເຖິງຂັ້ນຕະລຶງໃນພະລັງສຽງ (ຂໍບອກວ່າສຸດຍອດ…)
https://www.facebook.com/keokenchanh/videos/1566909266689233/
ສຳລັບການປະກວດຮ້ອງເພງໃນຄັ້ງນີ້ມີຊື່ລາຍການວ່າ 『のどじまんTHEワールド! 』 ເປັນຄັ້ງທຳອິດຂອງປະເທດລາວໃນເພງ「何度でも」-dream come true ທີ່ປະເທດ ຍີ່ປຸ່ນ ລະດັບນານຊາດຄັ້ງທີ່ 16 ຂອງຍີ່ປຸ່ນ ເຊິ່ງລາຍການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2017 ໃນປີນີ້ມີ 23 ນັກຮ້ອງສຽງດີຕົວແທນຈາກທົ່ວໂລກເດີນທາງມາຮ່ວມປະກວດ.
ເຖິງແມ່ນວ່າ ນ້ອງ ອະລິຕາ ອາລຸນສະຫວັດ ຈະບໍ່ໄດ້ລາງວັນຊະນະເລີດ ແຕ່ກໍໄດ້ໃຈຄົນລາວໄປເຕັມໆ… ເກັ່ງຫຼາຍໆ (ຊົມເຊີຍ)










ຂໍຂອບໃຈຄລິບ ແລະ ຮູບພາບ
Kuanjai Magazine
