ມາດອນນ່າ (Madonna Louise Ciccone) ເປັນນັກຮ້ອງສາວແນວເພງ Pop ອາເມລິກາ ເປັນສິນລະປິນທີ່ໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໃນລະດັບໂລກຕໍ່ເນື່ອງນັບຕັ້ງແຕ່ເປີດຕົວຄັ້ງທໍາອິດໃນຍຸກ 80s-90s ແລະ ນອກຈາກນີ້ຍັງເປັນນັກຮ້ອງຍິງພຽງຄົນດຽວທີ່ມີເພງຂຶ້ນອັນດັບໜື່ງຫຼາຍທີ່ສຸດ 10 ເພງ ທັ້ງຝັ່ງອາເມລິກາ ແລະ ອັງກິດ ໂດຍຈາກບັນທຶກສະຖິຕິໂລກກິນເນສບຸກ (Guiness Book of World Records) ຍັງຈັດອັນດັບ ມາດ່ອນນາ ໃຫ້ເປັນສິນລະປິນຍິງຂາຍຜົນງານເພງໄດ້ຫຼາຍທີ່ສຸດໃນໂລກ (ฺBest-selling female recording artist) ປັດຈຸບັນ ລວມຍອດຂາຍອັນລະບໍ້າ ແລະ ເພງ ຫຼາຍກວ່າ 335 ລ້ານຊຸດທົ່ວໂລກ ນອກຈາກນັ້ນຍັງເປັນ ສິນລະປິນຍິງດ່ຽວທີ່ມີຍອດຂາຍທົວຄອນເສີດຫຼາຍທີ່ສຸດໃນໂລກ (Highest-grossing tour by a Female Artist) ຈາກທົວຄອນເສີດ Sticky & Sweet Tour


![REVIEW] รีวิว! ทรีตเม้นต์หน้า เคล็ดลับความสวย อมตะของมาดอนน่า! ที่ ...](https://www.gowabi.com/blog/wp-content/uploads/2018/08/GLO_by_APEX_face_cover.jpg)
ຕໍ່ເນື່ອງກັບສະຖານະການທົ່ວໂລກກຳລັງຢູ່ໃນຊ່ວງວິກິດ ຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດໄປທົ່ວໂລກ ກຮ້ອງຊື່ດັງລະດັບໂລກ ມາດອນນ່າ ກໍໄດ້ສົມທົບທຶນຮ່ວມບໍລິຈາກ 1 ລ້ານໂດລາ. ທັງນີ້, ເງິນບໍລິຈາກດັ່ງກ່າວ ຈະຖືກນຳໄປໃຊ້ໃນການພັດທະນາວັກຊີນ ແລະ ຈະໃຊ້ກັບການວິໄຈຫາວິທີຮັກສາພະຍາດເຊື້ອໂຄວິດ-19…



Kuanjai Magazine
