Breaking News

ມາຮູ້ຈັກ! ທີ່ມາຂອງ ບໍລິສັດ ຕັນຈົງ ມໍເຕີ້ ລາວຈຳກັດ ຜູ້ຈັດຈໍາໜ່າຍລົດ Nissan ແຕ່ພຽງຜູ້ດຽວໃນປະເທດລາວ

ແບ່ງປັນ

ບໍລິສັດ ຕັນຈົງກຣຸບ TAN CHONG GROUP

ບໍລິສັດຕັນຈົງ ມໍເຕີ້ ໂຫດດີງສ໌ ເບີຫັດTan Chong Motor Holdings Berhad (TCMH)ໄດ້ຖືກສ້າງຕັ້ງຂື້ນຢູ່ປະເທດມາເລເຊຍໃນວັນທີ 14ເດືອນຕຸລາປີ1972.ຈຸດເລີ່ມຕົ້ນຂອງ (TCMH) ແມ່ນເປັນຜູ້ຈໍາຫນ່າຍລົດຍົນຂະຫນາດນ້ອຍເມື່ອຢ້ອນເວລາກັບໄປໃນປີ 1950, ໃນປະຈຸບັນTCMH Groupໄດ້ກາຍເປັນບໍລິສັດທີ່ໃຫຍ່ທີ່ສຸດໃນປະເທດ ແລະ ໄດ້ດຳເນີນກິດຈະການຫຼາຍຢ່າງເຊັ່ນ ການປະກອບລົດຍົນ, ການວາງຂາຍລົດຍົນໃນຕະຫຼາດ, ການຜະລິດຊີ້ນສ່ວນລົດຍົນ ການພັດທະນາຄຸນະພາບຂອງລົດຍົນ,ການຊື້ຂາຍເຄື່ອງກົນຈັກຫນັກ, ໄປຈົນເຖີງການພັດທະນາອຸປະກອນທາງອຸດສາຫະກໍາແລະການຜະລິດຕະພັນຕ່າງໆເພື່ອຕອບສະໜອງໃຫ້ແກ່ຜູ້ບໍລິໂພກທັງໃນແລະຕ່າງປະເທດ.

ເມື່ອລວມກັບນະວັດຕະກຳທີ່ມີມາຍາວນານກວ່າ 80ປີຂອງນິສສັນNissan ແລະ ຄວາມຮູ້ໃນການຜະລິດລົດຍົນຄວາມໄວສູງ, ລົດຍົນທີ່ຂັບເຄື່ອນດ້ວຍໄຟຟ້າ, ລົດກະບະ ໄປຈົນເຖີງລົດໂດຍສານ, ລົດຕູ້ອະເນກປະສົງ ແລະ ລົດສະພອດທ໌ເຊັ່ນ SUV. ນິສສັນ Nissan ໄດ້ຄິດຄົ້ນຜະລິດຕະພັນເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດ ເຊີ່ງເຮັດໃຫ້ຕັນຈົງມໍເຕີ້Tan Chong Motorມີຄວາມພາກພູມໃຈທີ່ໄດ້ເປັນຕົວແທ່ນຈຳໜ່າຍລົດຍົນນິສສັນNissanແຕ່ພຽງຜູ້ດງວ.

ໃນປີ 2010,ບໍລິສັດຕັນຈົງມໍເຕີ້ລາວຈຳກັດTan Chong Motor (Lao) Sole Co. , Ltd. (=”TCML”),ຊື່ງເປັນບໍລິສັດໃນເຄືອຂ່າຍຂອງຕັນຈົງມໍເຕີ້ ໂຫດດີງສ໌ ເບີຫັດຂອງປະເທດມາເລເຊຍTan Chong Motor Holdings Berhad(Malaysia),ໄດ້ກາຍເປັນຜູ້ຈັດຈໍາໜ່າຍລົດຍົນນິສສັນNissanແຕ່ພຽງຜູ້ດຽວໃນປະເທດລາວ. ໂດຍການເປີດຕົວສູນນິສສັນສາມເອັດສ໌Nissan 3Sເປັນຄັ້ງທໍາອິດໃນນະຄອນຫຼວງວຽງຈັນຊື່ງເຮັດໃຫ້ TCMLສ້າງສະຖິຕິຍອດການຂາຍທີ່ໂດດເດັນດ້ວຍນິສສັນນາວາຣາNissanNavaraແລະ ເອກຊ໌ເທັຣລ X-Trail.

ໃນປີ 2016, TCML ໄດ້ຖືກນຳສະເໜີລາງວັນ ‘The 2016 Nissan Global Award’, ຊື່ງເປັນລາງວັນລະດັບໂລກທີ່ຮັບຮູ້ເຖີງຕົວແທນຈຳໜ່າຍລົດນິສສັນNissan ທີ່ອາໃສການຂາຍທີ່ໂດດເດັນໃນຊ່ວງປີງົບປະມານ 2015ກ່ຽວກັບປະລິມານການຂາຍແລະຜົນສຳເລັດຂອງສ່ວນແບ່ງໃນຕະຫຼາດ.

ໃນປີ 2017ນັບວ່າເປັນອີກກ້າວໜື່ງທີ່ສຳຄັນເມື່ອTCMLໄດ້ເປີດສູນນິສສັນສາມເອັດສ໌Nissan 3S ໃນແຂວງສະຫວັນນະເຂດ ແລະ ຕາມດ້ວຍ Nissan 3Sໃນນະຄອນປາກເຊໃນປີຖັດມາ. ເພື່ອໃຫ້ບໍລິສັດກ້າວໄປຂ້າງໜ້າ, TCMLຈະສືບຕໍ່ສະຫນອງຄວາມເພິ່ງພໍໃຈໃຫ້ກັບລູກຄ້າໃຫ້ເຖີງຈຸດສູງສຸດ ລວມເຖີງການຂະຫຍາຍເຄື່ອຂາຍຢ່າງຕໍ່ເນື່ອງ ແລະ ໃຫ້ການບໍລິການຫຼັງການຂາຍຂອງສູນນິສສັນNissanທົ່ວປະເທດເພື່ອຕອບສະຫນອງຈໍານວນການເພີ່ມຂຶ້ນຂອງລົດຍົນໃນປະເທດ.  ໃນຊ່ວງ9ປີທີ່ຜ່ານມາ, ບໍລິສັດຕັນຈົງລາວມໍເຕີ້ລາວTan Chong Motor Laosໄດ້ສືບຕໍ່ຂະຫຍາຍຕົວແລະເຕີບໂຕໃນຕະຫລາດລົດຍົນທີ່ເກີດຂື້ນ ແລະທາງບໍລິສັດພ້ອມທີ່ຈະຕອບແທນໃຫ້ກັບສັງຄົມ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບລົດຍົນນິສສັນNissan ທຸກລຸ່ນໃນລາວ, ທ່ານສາມາດເຂົ້າໄປທີ່ເວັບໄຊທ໌ www.nissan-lao.la ຫຼືຕິດຕາມຫນ້າ Facebookຂອງ Nissan Laos at fb.com/NissanLaos/

ແບ່ງປັນ