Breaking News

ມີ່ມີ່ Miss Planet Laos ໂພສຂໍໂທດ ບອກພະຍາຍາມເຮັດດີທີ່ສຸດແລ້ວ… 

ແບ່ງປັນ

ໄດ້ຮູ້ຂ່າວດີທີ່ ມີ່ມີ່ ວິລະພອນ ຂັນແກ້ວ  Miss Planet Laos ສາມາດຄວ້າລາງວັນ “Best national local wisdom design costume award”ໃນເວທີMiss Planet International ທີ່ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ ໄປແບບໜ້າຍິນດີໃນເມື່ອບໍ່ດົນມານີ້ ແລະ ຫຼ້າສຸດນາງກໍໄດ້ເດີນທາງກັບປະເທດມາພ້ອມລາງວັນ “Best national local wisdom design costume award” ມາຝາກຄົນລາວຢ່າງໜ້າຍິນດີ ພ້ອມທັງໂພດຂໍໂທດ ພ້ອມບອກວ່າເຮັດດີທີ່ສຸດແລ້ວ ແຕ່ຍັງດີທີ່ໄດ້ລາງວັນຕິດມືມາຝາກຄົນລາວສຳເລັດ…

ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)

#ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ??????

ຮູບພາບ: Mimie Vilaphone

ແບ່ງປັນ