ໄດ້ຟັງກັນລະຫວ໋າ? ສຳລັບບົດເພງ “ປະເທດລາວສວຍງາມແທ້ໆ” ເພງໃໝ່ຈາກ ອາເລັກຊານດຣ້າ ບຸນຊ່ວຍ ທີ່ເຮັດຂຶ້ນເພື່ອສົ່ງເສີມການທ່ອງທ່ຽວ.
ອາເລັກຊານດຣ້າ ບຸນຊ່ວຍ ຍັງໄດ້ໂພສຜ່ານເພສເຟສບຸກອີກວ່າ: “ເພງນີ້ຕັ້ງໃຈເຮັດມາເພື່ອຢາກເຊີນຊວນທຸກຄົນທ່ຽວປະເທດລາວນໍາກັນ, ບ້ານເຮົາຍັງມີອີກຫຼາຍແຫຼ່ງທ່ອງທຽວທີ່ໜ້າຄົ້ນຫາ ແລະ ທ່ຽວຊົມ. ເຮົາຄົນລາວນໍາກັນມີວັດທະນາທໍາປະເພນີສືບທອດມາແຕ່ປູ່ຍ່າຕາຍາຍ ຮັກແພງກັນ ມີຫຍັງຊ່ວຍກັນ ນີ້ແຫຼະຈຸດຂາຍເຮົາ ວ່າບໍ່?
ແນວໃດແຊນດຼ້າຂໍຝາກເພງນີ້ນໍາທຸກຄົນຊ່ວຍແຊຣ໌ກັນເດີ້ ຂອບໃຈເດີ້!”
https://www.facebook.com/AlexandraBounxouei/videos/2422940611062389/
ໄດ້ຟັງກັນແລ້ວເປັນແນວໃດແດ່??? ມ່ວນນນນ ແມ່ນບໍ່ ຢ່າງໃດກໍ່ຢ່າລືມທ່ອງທ່ຽວປະເທດລາວເຮົາເດີ້ທຸກຄົນ ເຮົາເປັນຄົນລາວ ໄດ້ໄປແຂວງໃດແດ່ແລ້ວ ຄອມເມັ້ນບອກແອດມິນກັນແດ່.




Kuanjai Magazine
