ມາອັບເດດຜົນງານຂອງສາວ ລູກນໍ້າ ທິດາລັດ ວົງສິລິ ນັກສະແດງສາວຊື່ດັງຂອງບ້ານເຮົາ ທີ່ຫຼ້າສຸດອອກມາໂພສຜ່ານເຟສບຸກສ່ວນຕົວໃຫ້ບັນດາແຟນຄລັບທັງຫຼາຍໄດ້ຕິດຕາມວ່ານາງໄດ້ຮ່ວມສະແດງໃນລະຄອນເລື່ອງ “ສິ້ນລາຍຫົງ” ເປັນລະຄອນຈາກປະເທດເພື່ອນບ້ານ ຈະອອກອາກາດໃນວັນທີ 13 ພະຈິກ 2018 ນີ້ທາງໂທລະພາບຊ່ອງ 8 (ປະເທດໄທ).

ເຊິ່ງລະຄອນເລື່ອງນີ້ ລູກນ້ຳ ທິດາລັດ ໄດ້ຮັບບົດ ແມ່ເຈົ້າດາລາໄລ ຄູ່ຮັກຄົນໃຫມ່ຂອງ ພະຂັດຕິຍະລາດສະມັງກູນ ເປັນຜູ້ດີເຊື້ອສາຍເຈົ້າ ລາວ ຫລວງພະບາງ ເຮັດໜ້າທີ່ເປັນແມ່ລ້ຽງດູອັງກູນຢ່າງສົມບູນ ເປັນທີ່ຮັກ ແລະ ສະໜິດໃຈຂອງອັງກູນ ທ່ານນາງເປັນຄົນມີທຳມະ ຈິດໃຂເຂັ້ມແຂງ ບໍ່ຢ້ານໃນອຳນາດຄວາມຮ້າຍກາດຂອງສະອາງ.
(ຕົວຢ່າງລະຄອນ)
https://www.facebook.com/thaich8/videos/352592115474804/






ເປັນແນວໃດຮູ້ສຶກຢາກເບິ່ງແລ້ວແມ່ນບໍ່??? ຢ່າລືມຕິດຕາມເປັນກຳລັງໃຈໃຫ້ນັກສະແດງຈາກລາວເຮົາ ແລະ ເປັນການຝາກຜົນງານດ້ານລະຄອນເທື່ອທຳອິດຂອງ ລູກນໍ້າ ທິດາລັດ ວົງສິລິ ອີກດ້ວຍ ຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆເດີ້ແຟນໆ.
ທີ່ມາ: FB/Louknum Vongsili
Kuanjai Magazine
