11 ບຸກຄະລິກຂອງແມ່ຍິງ ຈາກຜົນການວິໄຈຈາກຜູ້ຊ່ຽວຊານດ້ານພຶດຕິກໍາມະນຸດ ທີ່ກາລັນຕີວ່າ ແບບນີ້ແຫຼະສະເໜແຮງ
ຖ້າເວົ້າເຖິງແມ່ຍິງທີ່ມີສະເໜດຶງດູດໃຈແລ້ວ ສາວໆຄົງຄິດເຖິງແມ່ຍິງທີ່ງາມໆ ນ່າຮັກ ເຊັກຊີ່ ຫຼືດູດີ ແຕ່ສາວໆການເປັນແມ່ຍິງທີ່ມີສະເໜນັ້ນບໍ່ຈໍາເປັນຕ້ອງເປັນແມ່ຍິງທີ່ງາມເຖິງຂັ້ນນາງຟ້າ ເພາະຄວາມຈິງແລ້ວ ສະເໜຂອງແມ່ຍິງຄືເຮົາບໍ່ໄດ້ວັດກັນທີ່ ຮູບຮ່າງ ຫຼືບຸກຄະລິກພາຍນອກພຽງຢ່າງດຽວ ແລ້ວແມ່ນຫຍັງຄືສິ່ງທີ່ບົ່ງບອກວ່າ ແມ່ຍິງຄົນນັ້ນເປັນຄົນທີ່ມີສະເໜລະ! ມື້ນີ້ Kuanjai ຈະມານໍາສະເໜີ 11 ບຸກຄະລິກຂອງແມ່ຍິງ ທີ່ຜູ້ຊ່ຽວຊານດ້ານພຶດຕິກໍາມະນຸດຕາລັນຕີວ່າ ແມ່ຍິງແບບນີ້ແຫຼະ! ສະເໜແຮງ ຈະເປັນແມ່ຍິງແບບໃດນັ້ນຫວາ? ເຮົາໄປເບິ່ງກັນເລີຍ!!!
- ແມ່ຍິງທີ່ຍິ້ມງ່າຍ ຍິ້ມງາມ
ຮອຍຍິ້ມເປັນສະເໜປະຈໍາຕົວຂອງແມ່ຍິງທຸກຄົນ ຮອຍຍິ້ມເຮັດໃຫ້ໂລກສົດໄສ ດ່ັງນັ້ນ ຈົ່ງຍິ້ມໄວ້ເດີ່ສາວໆ

- ແມ່ຍິງມີສະຕິ
ມີສະຕິຄວບຄຸມຕົວເອງໄດ້ເມື່ອພົບບັນຫາ ຍິ້ມສູ້ກັບບັນຫາ ຄ່ອຍໆແກ້ບັນຫາ ແລະຊ່ວຍເຫຼືອຄົນອ້ອມຂ້າງໄດ້ຢ່າງສະຫຼາດ

- ເຮັດໃຫ້ຄົນອ້ອມຂ້າງຮູ້ສຶກດີ
ແມ່ຍິງທີ່ເບິ່ງແຍງເອົາໃຈໃສ່ຄົນອ້ອມຂ້າງເປັນຢ່າງດີ ແລະເຮັດໃຫ້ຄົນອ້ອມຂ້າງມີຄວາມສຸກ ເປັນແມ່ຍິງທີ່ມີສະເໜຫຼາຍ

- ມີງານອະດິເລກ (ວຽກເສີມ)
ແມ່ຍິງທີ່ມີງານອະດິເລກສ່ວນສ່ວນຕົວເຊັ່ນ ຖ່າຍຮູບ ຂຽນໜັງສື ເປັນວຽກສີມື ກໍເປັນແມ່ຍິງທີ່ມີສະເໜໄດ້ເຊັ່ນກັນ

- ສະແດງທ່າທາງເວລາເວົ້າ
ແມ່ຍິງທີ່ສະແດງທ່າທາງໄປນໍາເວລາເວົ້າ ຈະເບິ່ງມີສະເໜຫຼາຍກວ່າແມ່ຍິງທີ່ເຮັດໜ້າຊື່ໆເວລາເວົ້າ ຫຼືລົມກັບຄົນອື່ນ

- ກະຕືລືລົ້ນໃນເລື່ອງທີ່ຖືກຕ້ອງ
ກະຕືລືລົ້ນໃນເລື່ອງທີ່ຄວນເປັນ ຫຼືສະແດງຄວາມຄິດເຫັນໃນເລື່ອງທີ່ຕົນເອງມັກຢ່າງໝັ້ນໃຈ ເປັນການເພີ່ມສະເໜຂອງຕົນເອງ

- ພຽງສໍາພັດ
ການສໍາພັດຕົວຂອງໝູ່ ສະແດງເຖິງຄວາມອົບອຸ່ນຂອງແມ່ຍິງ ຖືເປັນສະເໜອີກຢ່າງໜຶ່ງເລີຍແຫຼະ

- ສາຍຕາອັນເຕັມໄປດ້ວຍສະເໜ
ວ່າກັນວ່າດວງຕາ ເປັນໜ້າຕ່າງຂອງຫົວໃຈ ຈົ່ງເບິ່ງໃຜຢ່າງອ່ອນໂຍນ ແລະຈິງໃຈ ແລ້ວໃຜໆກໍຈະຕົກຂຸມຮັກເຈົ້າ

- ເປັນຕົວຂອງຕົວເອງ
ແມ່ຍິງທີ່ມີສະເໜຄືແມ່ຍິງທີ່ມີຄວາມເປັນຕົວຂອງຕົວເອງສູງ ບໍ່ຈໍາເປັນຕ້ອງພະຍາຍາມເປັນຄືຄົນອື່ນ ຫຼືຮຽນແບບໃຜ

- ໂອ້ລົມບໍ່ແມ່ນຈົ່ມຂວັນ
ສະເໜຂອງແມ່ຍິງອີກຢ່າງໜຶ່ງຄື ບໍ່ຈົ່ມຂວັນຄົນອື່ນ ສະຫຼາດທີ່ຈະຫຼີກລ່ຽງ ຫຼືປ່ຽນເລື່ອງລົມໄດ້

- ສົ່ງເສີມເຊິ່ງກັນແລະກັນ
ຈິງໃຈກັບຄົນອ້ອມຂ້າງ ສົ່ງເສີມຄົນອື່ນໃນທາງທີ່ດີ ບໍ່ວ່າຈະເປັນໝູ່ ຫຼືຄົນຮັກ ໃຜໆກໍຕ້ອງຮັກເຈົ້າແນ່ນອນ

ທີ່ມາ: Spice
Kuanjai Magazine
