ວ້າວ! ສຸດຍອດຄວາມຄິດ! ສາວລາວຄົນນີ້ທີ່ນໍາເອົາເລື່ອງລາວຈາກ Animation ກາຕູນຊື່ດັງ ເຈົ້າຍິງ Disney ມາອອກແບບຊຸດໄໝລາວ!!
ສະບາຍດີສາວໆຂັວນໃຈທັງຫຼາຍ ເວົ້າເຖິງ Designer ອອກແບບຊຸດໄໝລາວນັ້ນບ້ານເຮົາກໍມີຫຼາຍ ແອັດກໍມີໂອກາດໄດ້ເຫັນຜົນງານຂອງຫຼາຍໆຄົນທີ່ ນໍາເອົາຊຸດໄໝລາວມາປະຍຸກໃຫ້ເຂົ້າກັບຍຸກປັດຈຸບັນໄດ້ເປັນຢ່າງດີ ອັນນີ້ກໍຕ້ອງຂໍຊົມເຊີຍກັບຄວາມຄິດສ້າງສັນຂອງຄົນລາວເຮົາເນາະ! ແຕ່ແອັດໄດ້ມີໂອກາດໄປເຫັນ Designer ສາວຄົນໜຶ່ງນາງກໍອອກແບບຊຸດໄໝລາວຫຼາຍຊຸດ ຫຼາຍແບບ ພໍສົມຄວນ ແຕ່ທີ່ພິເສດຈົນແອັດຕ້ອງຮ້ອງ ວ້າວ! ນັ້ນກໍຍ້ອນວ່າ ນາງໄດ້ອອກແບບຊຸດໄໝລາວທີ່ນໍາແບບມາຈາກ Animation ກາຕູນຊື່ດັງ ຄື: “ເຈົ້າຍິງ Disney” ເຊິ່ງຖືວ່າເປັນຄວາມຄິດທີ່ສ້າງສັນ ແບບບໍ່ເຄີຍເຫັນຢູ່ໃສມາກ່ອນ ແລະ ຜູ້ຄົນກໍໃຫ້ຄວາມສົນໃຈກັນຫຼາຍພໍສົມຄວນ. ມື້ນີ້ ແອັດກໍໄດ້ນໍາມາໃຫ້ສາວໆໄດ້ເບິ່ງກັນນໍາ! ເຊິ່ງວ່າຈະງາມຂະໜາດໃດນັ້ນ ກໍໄປເບິ່ງພ້ອມກັນເລີຍ!!
ເຈົ້າຍິງ Disney ໃນຮູບເງົາ

- ເອລຊ່າ ເວີຊັ່ນຊຸດໄໝລາວ

- ຕົວລະຄອນອື່ນໆ








- ຄົນອອກແບບ

- ເລີດ

- ງາມໜ້າຮັກ

- ຄົນສົນໃຈຫຼາຍ

By: BeautyGuru
ຂໍຂອບໃຈຮູບຈາກ: Facebook: Nenui Lessy (ນາງນົບຊະພອນ)
Kuanjai Magazine
